ເດັກຫລອດແກ້ວທີ່ເກີດຈາກ DNA ຂອງບຸກຄົນ 3 ຄົນ ມືນຕາເບິ່ງໂລກເປັນຄັ້ງທໍາອິດຂອງອັງກິດ
ອົງການ Human Fertilisation and Embryology Authority (HFEA) ເຊິ່ງເປັນໜ່ວຍງານອິດສະຫລະທີ່ເບິ່ງແຍງກ່ຽວກັບຕົວອ່ອນ ແລະ ການຈະເລີນພັນຂອງອັງກິດ ຢືນຢັນວ່າ: ມານດາໄດ້ໃຫ້ກໍາເນີດລູກທີ່ມີ DNA ຂອງບຸກຄົນ 3 ຄົນເປັນຄັ້ງທໍາອິດຂອງອັງກິດ ໂດຍ DNA ສ່ວນຫລາຍປະມານ 99,8% ນັ້ນຈະມາຈາກພໍ່ ແລະ ແມ່ທີ່ແທ້ຈິງຂອງເດັກ ປະສົມ DNA ຂອງບຸກຄົນທີ 3 ເຊິ່ງເປັນຜູ້ບໍລິຈາກຍິງຄົນໜຶ່ງອີກປະມານ 0,1%.
ນັກວິທະຍາສາດເຊື່ອວ່າ: ວິທີການປະສົມ DNA ຂອງບຸກຄົນທີ 3 ຫລື ເອີ້ນວ່າ: Three-Parent IVF ເຂົ້າໄປ ຈະຊ່ວຍປ້ອງກັນສະພາບຜິດປົກກະຕິທາງໄມໂທຄອນເດຍ ເຊິ່ງເປັນພະຍາດທີ່ຖ່າຍທອດທາງພັນທຸກໍາໄດ້ ໂດຍສະພາບດັ່ງກ່າວບໍ່ສາມາດປິ່ນປົວໃຫ້ຫາຍດີ ແລະ ອາດເຮັດໃຫ້ເດັກເສຍຊີວິດໃນເວລາພຽງບໍ່ເທົ່າໃດວັນ ຫລື ບໍ່ເທົ່າໃດຊົ່ວໂມງຫລັງເກີດ. ໃນປັດຈຸບັນ ເຕັກນິກດັ່ງກ່າວຖືກພິຈາລະນາວ່າເປັນທາງເລືອກດຽວທີ່ຈະຊ່ວຍແກ້ໄຂຄວາມບົກພ່ອງດັ່ງກ່າວຈາກໄຂ່ຂອງຜູ້ເປັນແມ່ໄດ້.
ທັງນີ້, ໄມໂທຄອນເດຍ ຄືແຫລ່ງສ້າງພະລັງງານຂອງເກືອບທຸກຈຸລັງໃນຮ່າງກາຍມະນຸດ ເຊິ່ງຖ້າພົບວ່າມີຄວາມຜິດປົກກະຕິ, ໄມໂທຄອນເດຍຈະບໍ່ສາມາດສ້າງພະລັງງານໃຫ້ຮ່າງກາຍໄດ້ ແລະ ເຮັດໃຫ້ເກີດອັນຕະລາຍອື່ນໆຕາມມາເຊັ່ນ: ສະໝອງເກີດຄວາມເສຍຫາຍ, ກ້າມຊີ້ນລີບ, ຫົວໃຈລົ້ມເຫລວ ຫລື ຕາບອດ ເປັນຕົ້ນ ໂດຍໃນສະພາບໄມໂທຄອນເດຍບົກພ່ອງຈະຖ່າຍທອດຈາກແມ່ສູ່ລູກ. ດັ່ງນັ້ນ ການປິ່ນປົວດ້ວຍວິທີ Three-Parent IVF ຈຶ່ງເປັນທາງເລືອກທີ່ດີທີ່ສຸດໃນປັດຈຸບັນ ໂດຍເປັນການເຮັດເດັກຫລອດແກ້ວທີ່ໃຊ້ໄມໂທຄອນເດຍຈາກໄຂ່ຜູ້ບໍລິຈາກທີ່ມີຄວາມແຂງແຮງສົມບູນ.
ໄມໂທຄອນເດຍມີຂໍ້ມູນທາງພັນທຸກໍາ ຫລື DNA ຂອງຕົນເອງ ເຊິ່ງໝາຍຄວາມວ່າໃນທາງເຕັກນິກແລ້ວ ເດັກທີ່ເກີດຈາກວິທີດັ່ງກ່າວຈະສືບທອດ DNA ຈາກພໍ່ແມ່ ລວມທັງຜູ້ບໍລິຈາກເຊັ່ນກັນ (ເຖິງວ່າຈະມີພຽງເລັກໜ້ອຍ) ເຊິ່ງນັ້ນຄືການປ່ຽນແປງຢ່າງຖາວອນທີ່ຈະສົ່ງຕໍ່ໄປຫາລຸ້ນສູ່ລຸ້ນ. ເຖິງຢ່າງໃດກໍຕາມ, DNA ຂອງບຸກຄົນທີ 3 ຈະກ່ຽວຂ້ອງກັບການສ້າງໄມໂທຄອນເດຍທີ່ມີປະສິດທິພາບດີເທົ່ານັ້ນ, ແຕ່ຈະບໍ່ສົ່ງຜົນກະທົບຕໍ່ລັກສະນະອື່ນໆຂອງເດັກເຊັ່ນ: ຮູບຮ່າງໜ້າຕາ ແລະ ບໍ່ຖືວ່າບຸກຄົນດັ່ງກ່າວເປັນ “ຜູ້ປົກຄອງຄົນທີ 3”.
ອ້າງອີງ: