Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ

Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ - 728 e1683690862727 - Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ
Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ - kitchen vibe - Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ

ຈາກກໍລະນີ ພົບຢາກ່ອມປະສາດຊະນິດໃໝ່ກຳລັງລະບາດໃນສະຖານບັນເທີງ ເຊິ່ງສາຍປາຕີ້ ເອີ້ນກັນວ່າ ຄໍລາເຈນ, ກາເຟມ່ວນ, Happy Water ຫລື ນ້ຳສະຫວັນ ກິນແລ້ວມັນເຮັດໃຫ້ມ່ວນເວລາເຂົ້າຮ້ານບັນເທີງ ເຮັດໃຫ້ເຮົາຫົວ ແລະ ເຕັ້ນໄດ້ຕະຫລອດຄືນ, ຖ້າເບິ່ງແບບຜິວເຜີນຄຖົງຜະລິດຕະພັນດັ່ງກ່າວຄ້າຍຄືກັບຖົງຢາງອະນາໄມ ພ້ອມຍັງມີຫລາກຫລາຍຍີ່ຫໍ້ ເມື່ອກິນເຂົ້າໄປແລ້ວນອກຈາກຈະເຮັດໃຫ້ເຮົາມ່ວນແລ້ວ ມັນຍັງມີຄວາມອັນຕະລາຍອີກຫລາກຫລາຍ.

ຄໍລາເຈນ, ກາເຟມ່ວນ, Happy Water ຫລື ນ້ຳສະຫວັນ ມີສ່ວນປະສົມຂອງ ຢາອີ, ເມດແອມເຟຕາມິນ, ສານໄດອາຊີແພມ ຄາເຟອິນ ແລະ ທຣາມາດ໋ອນ ຫລື ຢາທີ່ອອກລິດຕໍ່ຈິດປະສາດ ເມື່ອນຳມາປະສົມໃສ່ກັບນ້ຳຮ້ອນ ຫລື ນ້ຳຫວານແລ້ວດື່ມ.

Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ

ດຣ.ມານັດ ໂພຣາພອນ ຮອງອະທິບໍດີກົມການແພດໄທ ໃຫ້ຂໍ້ມູນວ່າ: ຄໍລາເຈນ, ກາເຟມ່ວນ, Happy Water ຫລື ນ້ຳສະຫວັນ ເມື່ອດື່ມເຂົ້າສູ່ຮ່າງກາຍຈະອອກລິດຕໍ່ຈິດ ແລະ ປະສາດ ເຮັດໃຫ້ເຄີ້ມ, ມ່ວນ, ຕື່ນຕົວ, ຄຶກຄຶ້ນ, ຈຶ່ງເຮັດໃຫ້ກາຍເປັນທີ່ນິຍົມຂອງສາຍປາຕີ້.

ເຊິ່ງສ່ວນປະກອບຂອງ ຄໍລາເຈນ, ກາເຟມ່ວນ, Happy Water ຫລື ນ້ຳສະຫວັນ ມີ:

–         ໄດອະຊີແພມ (Diazepam): ເປັນຢານອນຫລັບ ທີ່ອອກລິດຕໍ່ສານເຄມີໃນສະໝອງບໍ່ສົມດຸນກັນ ໃຊ້ເພື່ອຜ່ອນຄາຍຄວາມວິຕົກກັງວົນ ເປັນສາເຫດຂອງການນອນບໍ່ຫລັບ, ຮັກສາອາການຕົກໃຈຢ້ານກົວຢ່າງຮຸນແຮງ ແລະ ໃຊ້ກັບຢາຕົວອື່ນເພື່ອຮັກສາພາວະຊັກໄດ້.

–         ເມດແອມເຟຕາມິນ (Methamphetamine): ເປັນຢາກະຕຸ້ນລະບົບປະສາດສ່ວນກາງ ມີລິດຊ່ວຍປ່ຽນແປງປະລິມານຂອງສານໃນສະໝອງ ແລະ ສົ່ງຜົນຕໍ່ເສັ້ນປະສາດ ເຮັດໜ້າທີ່ຄວບຄຸມອາລົມ.

–         ຄາເຟອິນ: ເປັນສານແຊນທີອັນດາລອຍ ເຊິ່ງສາມາດພົບໄດ້ໃນອາຫານຫລາຍຊະນິດ ເປັນຕົ້ນ ເມັດກາເຟ, ຊາ ເຊິ່ງເປັນຢາກຳຈັດສັດຕູພືດໂດຍທຳມະຊາດ ເພາະມັນອອກລິດເຮັດໃຫ້ເປັນອຳມະພາດ, ກະຕຸ້ນລະບົບປະສາດສ່ວນກາງ ເຮັດໃຫ້ບໍ່ຢາກນອນ.

Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ - 3 - Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!