ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ

ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ - 22 - ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ
ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ - kitchen vibe - ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ

ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ - 22 - ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ສະໂມສອນດັງແຫ່ງພຣີເມຍລກ ອັງກິດ ຕົກເປັນຂ່າວວ່າພວມເບິ່ງຫາຜູ້ຮັກສາປະຕູເຂົ້າມາເຝົ້າເສົາໃນໄລຍະລະດູການ ເຖິງວ່າກ່ອນໜ້ານີ້ຈະອອກມາສະໜັບສະໜູນໃຫ້ ດາບິດ ເດ ເຄອາ ຜູ້ຮັກສາປະຕູຊາວສະເປນຍຶດມື 1 ຕໍ່ໄປກໍຕາມ.

ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ - Visit Laos Visit SALANA BOUTIQUE HOTEL - ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ

ໃນລະດູການນີ້ ເດ ເຄອາ ເຮັດພາດແບບບໍ່ໜ້າເຊື່ອໄປ 4 ຄັ້ງແລ້ວ ແລະ ເກມລີກນັດຫລ້າສຸດທີ່ ແມນເຊສເຕີ ຢູໄນເຕັດ ບຸກໄປເສຍໃຫ້ ເວສແຮມ ຢູໄນເຕັດ 1-0 ນັ້ນ ຜູ້ຮັກສາປະຕູອາຍຸ 32 ປີກໍຖືກໂຈມຕີຢ່າງໜັກວ່າເປັນສ່ວນສຳຄັນທີ່ເຮັດໃຫ້ທີມປະລາໄຊ.

ແນວໃດກໍຕາມ ເຖິງວ່າ ເທນ ຮາກ ຈະອອກມາປົກປ້ອງ ເດ ເຄອາ ຫລັງເກມຈົບ ແຕ່ ເບນ ຈາຄອບ ນັກວິເຄາະບານຊື່ດັງລະບຸວ່າ ແມນຢູ ເລີ່ມເດີນເຄື່ອງເບິ່ງຫາຜູ້ຮັກສາປະຕູຄົນໃຫມ່ເພື່ອເຂົ້າມາກົດດັນຕຳແໜ່ງຂອງມືກາວຊາວສະເປນ ທີ່ມີຂ່າວວ່າພວມຈະຕໍ່ສັນຍາສະບັບໃຫມ່ອອກໄປ.

ຈາຄອບ ກ່າວວ່າ : “ ຄວາມຕັ້ງໃຈຂອງ ແມຢູ ຄືການເກັບ ເດ ເຄອາ ເອົາໄວ້ ແລະ ການປ້ອງກັນປະຕູຫລາຍຄັ້ງທີ່ລາວໃນເກມກັບ ໄບຣຕັນ ໃນຮອບຮອງຊະນະເລີດ ເອຟເອ ຄັບ ສະແດງໃຫ້ເຫັນວ່າ ເປັນຫຍັງລາວຈຶ່ງໄດ້ຮັບສັນຍາສະບັບໃຫມ່ ເຊິ່ງການຕໍ່ສັນຍໃກ້ຈະຈົບແລ້ວ ”.

“ ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ ແມນຢູ ຢຸດເບິ່ງຫາທາງເລືອກອື່ນ ໂດຍສະເພາະຢ່າງຍິ່ງກໍລະນີຂອງ ດີນ ເຮນເດີສັນ ທີ່ພວມຢືມຕົວຢູ່ທີ່ ນັອດຕິງແຮມ ຟໍເຣສ ແລະ ບໍ່ຕ້ອງການກັບໄປທີ່ສະໂມສອນ ຖ້າຫາກບໍ່ໄດ້ເປັນມື 1 ”.

“ ດາບິດ ຣາຢາ ” ເປັນຫນຶ່ງທີ່ໜ້າຈັບຕາເບິ່ງ ເມື່ອລາວຈະຍ້າຍອອກຈາກ ເບຣນຟອດ ໃນໄລຍະລະດູການ ໂທມັສ ແຟຣັງ ບອກວ່າ ລາວມີຄ່າຕົວຢ່າງຫນ້ອຍ 40 ລ້ານປອນ ສ່ວນ ດີໂອໂກ ຄອສຕາ ຂອງ ປໍໂຕ້ ກໍເປັນອີກຊື່ຫນຶ່ງທີ່ ແມນຢູ ສົນໃຈ.

ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ - 3 - ເຜີຍລາຍຊື່ມືກາວທາງເລືອກ ທີ່ ແມນຢູ ກຽມຄວ້າມາຮ່ວມທີມແທນ ເດ ເຄອາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!