ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງ
May 9, 2023 - 4:00 PM


ຈາກການເສຍໃຫ້ກັບ ມຽນມາ 0-2 ແລະ ທີມບານເຕະຊາຍຂອງກໍາປູເຈຍ ຕົກຮອບທຳອິດໃນການແຂ່ງຂັນບານເຕະຊາຍຊີເກມ 2023 ເຮັດໃຫ້ທ່ານ ເສົາ ໂສຊາ ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງເພື່ອສະແດງຄວາມຮັບຜິດຊອບກັບຜົນງານອັນບໍ່ດີຂອງທີມໃນຄັ້ງນີ້.
ເຊິ່ງກ່ອນການແຂ່ງຂັນຈະເລີ່ມຂຶ້ນ, ທ່ານ ເສົາ ໂສຊາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລາອອກຈາກຕຳແໜ່ງທັນທີ ຖ້າຫາກກຳປູເຈຍບໍ່ສາມາດຜ່ານເຂົ້າຮອບທຳອິດໄດ້ໃນງານກິລາຊີເກມຄັ້ງທີ 32 ທີ່ພວກເຂົາເຈົ້າເປັນເຈົ້າພາບ.
ເມື່ອຜົນຂອງທີມອອກມາເປັນແບບນີ້, ທ່ານ ເສົາ ໂສຊາ ກໍບໍ່ມີທາງເລືອກນອກຈາກການຮັກສາຄໍາເວົ້າທີ່ໃຫ້ໄວ້ ດ້ວຍການລາອອກຈາກຕຳແໜ່ງ ພ້ອມດ້ວຍການມອບໝາຍໃຫ້ ເກີສະເໝດ, ຮອງປະທານສະມາຄົມ ສືບຕໍ່ປະຕິບັດໜ້າທີ່ແທນຕໍ່ໄປ.