ບຣາຊິລ ສ້າງສະຖິຕິເປັນຊາດດຽວໃນໂລກທີ່ຜ່ານເຂົ້າຮອບສຸດທ້າຍບານໂລກທຸກສະໄໝ
March 30, 2017 - 4:59 PM


ຈາກການທີ່ພວກເຂົາເປັນປະເທດທຳອິດທີ່ແນ່ນອນການເຂົ້າຮອບສຸດທ້າຍບານໂລກ 2018 ທີ່ຣັດເຊຍ ຮຽບຮ້ອຍແລ້ວ ເຮັດໃຫ້ ບຣາຊິລ ຍັງຄົງຮັກສາສະຖິຕິສຸດຍອດຕໍ່ໄປ ນັ້ນຄືໄດ້ຜ່ານເຂົ້າໄປຫລິ້ນໃນບານໂລກຮອບ ສຸດທ້າຍທຸກຄັ້ງ ບໍ່ເຄີຍຕົກຮອບຄັດເລືອກພຽງຄັ້ງດຽວ ລວມທັງໝົດ 21 ສະໄໝ.
ໂດຍຄັ້ງທີ 20 ຄັ້ງກ່ອນໜ້າ ບານໂລກ ຣັດເຊຍ 2018 ສະຖິຕິເຜີຍວ່າ ບຣາຊິລ ຄືປະເທດທີ່ປະສົບຄວາມສຳ ເລັດຫຼາຍທີ່ສຸດດ້ວຍຜົນງານຄວ້າແຊ໊ມ 5 ສະໄໝ ແລະ ຄວ້າຮອງແຊ໊ມ 2 ສະໄໝ.
ສ່ວນປະເທດທີ່ເຂົ້າຮອບຫຼາຍເປັນອັນດັບ 2 ໄດ້ແກ່ ເຢຍລະມັນ ໄດ້ມາຫລິ້ນຮອບສຸດທ້າຍເກືອບທຸກຄັ້ງຍົກ ເວັ້ນໃນປີ 1930 ທີ່ບໍ່ໄດ້ຮ່ວມລົງແຂ່ງຕັ້ງແຕ່ທຳອິດ ແລະ ໃນປີ 1950 ທີ່ຖືກລົງໂທດຈາກເຫດການສົງຄາມໂລກ.