ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ

ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ - 344804330 960848671719690 3824850961750753643 n - ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ
ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ - kitchen vibe - ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ
ທ່ານ ຄໍາແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ ລາຍງານ ຕໍ່ກອງປະຊຸມປຶກສາຫາລືຄົ້ນຄວ້າຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ ແລະ ເຜີຍແຜ່ນິຕິກຳສົ່ງເສີມຫັດກາຍຍະບໍລິຫານ, ອອກກຳລັງກາຍ ແລະ ຫຼິ້ນກິລາ ເພື່ອສຸຂະພາບ ຂອງມວນຊົນ ຂອງເມືອງປາກຊັນ ວັນທີ 3 ພຶດສະພາ 2023 ຜ່ານມານີ້ວ່າ:
ຕໍ່ກັບສະພາບສັງຄົມໃນປັດຈຸບັນ ເຮັດໃຫ້ນັກຮຽນແລ່ນນໍາກະແສສັງຄົມ ຄອບຄົວຂາດເຂີນ ແລະ ຂາດແຮງງານຮັບໃຊ້ວຽກຄອບຄົວ ເຮັດໃຫ້ນັກຮຽນປະລະການຮຽນ ເກີດປາກົດການຫຍໍ້ທໍ້ໃນສັງຄົມ ຜູ້ປົກຄອງສ່ວນຫຼາຍຄິດວ່າຮຽນຈົບໄປກໍບໍ່ໄດ້ໄປປະກອບອາ ຊີບຕາມສາຍທີ່ຮຽນຈົບມາ ແລະ ຊອກວຽກເຮັດງານທໍາໄດ້ຍາກ ເຫັນໄດ້ຫຼາຍໃນສັງຄົມປະຈຸບັນ ເຊິ່ງສະແດງອອກໃນສົກຮຽນ 2022 -2023 ໂຮງຮຽນມັດທະຍົມຕົ້ນ ແລະ ຕອນປາຍທົ່ວເມືອງປາກຊັນ ໃນຕົ້ນເດືອນກັນຍາມີນັກຮຽນທັງໝົດ: 4.557 ຄົນ ຍິງ 2.305 ຄົນ ມາເຖິງເດືອນພຶດສະພາ ນັກຮຽນທີ່ມີໜ້າທັງໝົດ 4.422 ຄົນ ຍິງ 2.237 ຄົນ.​
ດັ່ງນັ້ນ,​ ເຫັນໄດ້ແຈ້ງວ່າ ໃນສົກຮຽນ 2022-2023 ມີຈໍານວນນັກຮຽນທີ່ປະລະການຮຽນທັງໝົດ: 135 ຄົນ ຍິງ 68 ຄົນ.
ນອກຈາກນີ້,​ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ສົມທົບກັບຄູ-ອາຈານລົງປະເມີນ, ເກັບກໍາຂໍ້ມູນນັກຮຽນທີ່ອ່ານພາສາລາວບໍ່ອອກ ແລະ ຂຽນບໍ່ເປັນ, ຄິດໄລ່ເລກ 4 ປະການບໍ່ໄດ້ ແລະ ຍັງໄດ້ລາຍງານຕໍ່ຜູ້ປົກຄອງວ່າ ລູກຂອງຕົນຈະຕ້ອງໄດ້ຈັດການບໍາລຸງ ຜູ້ປົກຄອງຕ້ອງມີສ່ວນຮ່ວມກັບຄູ-ອາຈານ ຕ່າງຝ່າຍຕ່າງມີສ່ວນຮ່ວມ ປຸກລະດົມຂົນຂວຍຊ່ວຍກັນ
ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ - 5 - ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນ​ສູງເຖິງ​ 135 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!