ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ

ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ - Untitled 2 - ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ
ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ - kitchen vibe - ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ

ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ ຫລັງເກີດເຫດເຮືອນໍາທ່ຽວ 2 ຊັ້ນ ຂວໍ້າຢູ່ກາງທະເລ ນອກຊາຍຝັ່ງເມືອງທານູໃນລັດເກຣລະ ທາງຕອນໃຕ້ຂອງອິນເດຍ ໃນຕອນຄໍ່າວັນທີ 7 ພຶດສະພາ ຕາມເວລາທ້ອງຖິ່ນ.

ຫົວໜ້າຫ້ອງການຕໍາຫລວດທ້ອງຖິ່ນ ເປີດເຜີຍວ່າ: ລະຫວ່າງເກີດເຫດເຮືອນໍາທ່ຽວລໍາດັ່ງກ່າວບັນທຸກຜູ້ໂດຍສານປະມານ 40 ຄົນ, ຂະນະທີ່ຍັງບໍ່ຈະແຈ້ງວ່າແມ່ນຫຍັງເປັນສາເຫດທີ່ເຮັດໃຫ້ເຮືອຂວໍ້າ ໂດຍເຈົ້າໜ້າທີ່ກູ້ໄພກໍາລັງຢູ່ລະຫວ່າງປະຕິບັດໜ້າທີ່ຄົ້ນຫາ ແລະ ຊ່ວຍເຫລືອ ເຊິ່ງຮອດຕອນນີ້ສາມາດກູ້ສົບຜູ້ເສຍຊີວິດຂຶ້ນມາໄດ້ແລ້ວ 22 ຄົນ ລວມທັງເດັກນ້ອຍ ແລະ ຜູ້ຍິງຫລາຍຄົນ.

ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ - Visit Laos Visit SALANA BOUTIQUE HOTEL - ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ

ທັງນີ້, ຕໍາຫລວດໄດ້ດໍາເນີນຄະດີຕໍ່ເຈົ້າຂອງເຮືອໃນຄວາມຜິດຂໍ້ຫາຄາດຕະກໍາໂດຍບໍ່ເຈດຕະນາ ໂດຍຜູ້ລອດຊີວິດຫລາຍຄົນທີ່ໄດ້ຮັບການຊ່ວຍເຫລືອ ເປີດເຜີຍວ່າ: ເຮືອບັນທຸກຜູ້ໂດຍສານຫລາຍເກີນໄປ. ອີກທັງຜູ້ໂດຍສານສ່ວນຫລາຍບໍ່ມີເສື້ອຊູຊີບ. ຂະນະທີ່ລາຍງານຂອງສື່ທ້ອງຖິ່ນລະບຸວ່າ: ເຮືອທີ່ເກີດເຫດນັ້ນບໍ່ມີໃບຮັບຮອງຄວາມປອດໄພ.

ອ້າງອີງ:

https://www.aljazeera.com/…/many-dead-as-tourist-boat…

ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ - 3 - ເຮືອນໍາທ່ຽວຂວໍ້າຢູ່ນອກຊາຍຝັ່ງອິນເດຍ ມີຜູ້ເສຍຊີວິດແລ້ວ 22 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!