ໄພພິບັດທາງທຳມະຊາດ ຢູ່ປະເທດຕ່າງໆໃນໂລກ ໄລຍະ 5 ເດືອນປີ 2023
May 8, 2023 - 12:59 PM


*ເດືອນມັງກອນ
– ຣັດເຊຍພົບກັບຄວາມໜາວທີ່ເຢັນທີ່ສຸດອຸນຫະພູມ-50 ອົງສາ
– ແຜ່ນດິນໄຫວ 5,2 ຣິກເຕີ ຢູ່ຈີນ ບ້ານເຮືອນເສຍຫາຍຫລາຍກວ່າ 2800 ຫລັງ
*ເດືອນກຸມພາ
– ລັດນິວແຮມເຊຍ ອຸນຫະພູມຫລຸດລົງ -79 ອົງສາ
- ນິວຊີແລນປະເຊີນກັບພາຍຸໄຊໂຄນ
- ມາລາວີ, ໂມຊຳບິກ, ມາດາກາສກາ ປະເຊີນກັບພາຍຸໄຊໂຄນເຟດດີຖະຫລົ່ມ ມີຜູ້ເສຍຊີວິດຫລາຍກວ່າ 1000 ຄົນ ປະຊາຊົນເດືອດຮ້ອນຫລາຍກວ່າ 2 ລ້ານຄົນ
*ເດືອນມີນາ
- ພາກໃຕ້ຂອງຢູໂຣບ ປະເຊີນກັບຄວາມແຫ້ງແລ້ງ ຄວາມຊຸ່ມໃນດິນຫລຸດລົງ
- ລັດມິຊິຊິບປີ ປະເຊີນກັບພາຍຸຖະຫລົ່ມ ເສຍຊິວິດ 26 ຄົນ
- ນ້ຳຖ້ວມ ຢູ່ຣາວັນດາ ເສຍຊີວິດ130 ຄົນ ບາດເຈັບ 77 ຄົນ ສູນຫາຍ 5 ຄົນ
- ພາຍຸຝຸ່ນຖະຫລົ່ມ ລັດອີຣີນອຍ ເຮັດໃຫ້ເກີດອຸບັດເຫດລົດຕຳກັນ 80 ຄັນ ເສຍຊີວິດ 6 ຄົນ ບາດເຈັບຫລາຍກວ່າ 30 ຄົນ
- ເດືອນເມສາ
- ແຜ່ນດິນໄຫວຮຸນແຮງຢູ່ປະເທດອິນໂດເນເຊຍ ຂະໜາດ 7.1 ຣິກເຕີ
- ພາຍຸຖະຫລົ່ມມຽນມາເສຍຊີວິດ 8 ຄົນ ບາດເຈັບຫລາຍກວ່າ 100 ຄົນ
- ເດືອນພຶດສະພາ
- ນ້ຳຖ້ວມປະເທດຄອງໂກ ເສຍຊີວິດຫລາຍກວ່າ 200 ຄົນ ສູນຫາຍອີກຫລາຍສິບຄົນ
- ລາວ, ຫວຽດນາມ ແລະ ໄທ ປະເຊີນກັບຄວາມຮ້ອນສູງສຸດເຖິງ 43-44 ອົງສາ