ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023

ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023 -                                                        08           694x1024 1 - ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023
ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023 - kitchen vibe - ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023

ວັນທີ 4 ພຶດສະພາ 2023, ກົມພາສີ ກະຊວງການເງິນ ໄດ້ອອກແຈ້ງການເລກທີ 03754/ກພສ ມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມສົນໃຈການປະມູນ ພາຫະນະ ຈໍານວນ 8 ຄັນ ຄື:

  1. ລົດຈິບ, ຍີ່ຫໍ້ RANGE ROVER, ສີຂາວ, ຄວາມແຮງ 5.000 ຊີຊີ
  2. ລົດກະບະ, ຍີ່ຫໍ້ FORD, ລຸ້ນ RANGER, ສີເທົາ, ຄວາມແຮງ 2.200 ຊີຊີ.
  3. ລົດຈິບ, ຍີ່ຫໍ້ AUDI, ລຸ້ນ Q7, ສີດໍາ, ຄວາມແຮງ 4.200 ຊີຊີ.
  4. ລົດເກັງ, ຍີ່ຫໍ້ TOYOTA, ລຸ້ນ CAMRY, ສີຂາວ, ຄວາມແຮງ 2.500 ຊີຊີ.
  5. ລົດຈິບ, ຍີ່ຫໍ້ FORD, ລຸ້ນ EDGE, ສີຂາວ, ຄວາມແຮງ 2.000 ຊີຊີ.
  6. ລົດກະບະ, ຍີ່ຫໍ້ TOYOTA, ລຸ້ນ REVO, ສີເທົາ, ຄວາມແຮງ 2.400 ຊີຊີ.
  7. ລົດເກັງ, ຍີ່ຫໍ້ TOYOTA, ລຸ້ນ CAMRY, ສີດໍາ, ຄວາມແຮງ 2.000 ຊີຊີ.
  8. ລົດຈິບ, ຍີ່ຫໍ້ TOYOTA, ລຸ້ນ LAND CRUISER, ສີຂາວ, ຄວາມແຮງ 4.500 ຊີຊີ.

ເຊິ່ງລົດຈຳນວນດັ່ງກ່າວທີ່ຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ຫາກທ່ານທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາລະອຽດແມ່ນໃຫ້ຕິດຕໍ່ຊື້ຊອງປະມູນ ແລະ ສາມາດເບິ່ງສິນຄ້າປະເພດພາຫະນະຕົວຈິງໄດ້ທີ່ພະແນກ ສືບສວນ -ສອບສວນ ແລະ ປາບປາມການລັກລອບໜີພາສີ ຕັ້ງຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023 - Visit Laos Visit SALANA BOUTIQUE HOTEL - ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023

ການຂາຍຊອງປະມູນແມ່ນໃນລາຄາ 500.000 ກີບ/ຊອງ ເລີ່ມແຕ່ວັນທີ 9-16 ພຶດສະພາ 2023 (ວັນ ແລະ ເວລາລັດຖະການ) ແລະ ວັນທີເປີດຊອງປະມູນແມ່ນ ວັນທີ 18 ພຶດສະພາ 2023 ເວລາ 14:00 ໂມງ, ທີ່ຫ້ອງປະຊຸມກົມພາສີ ຂອງພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກົມພາສີ, ກະຊວງການເງິນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນໄດ້

ເບີໂທຕິດຕໍ່: 030 5319877; ຫ້ອງການ: 021 451580.

 

ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023 - 5 - ກົມພາສີ ແຈ້ງເປີດປະມູນລົດ 8 ຄັນ ຫລາຍຍີ່ຫໍ້ ຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ ເລີ່ມວັນທີ 9-16 ພຶດສະພາ 2023
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!