ອາເຊນອລ ພ້ອມຈ່າຍ 60 ລ້ານປອນ ດຶງອະດີດນັກເຕະກັບຖິ່ນລະດູການໜ້າ




ອາເຊນອລ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ພວມເດີນໜ້າເບ່ິງຫາຕົວເລືອກໃນແຜງກອງກາງຢ່າງຕໍ່ເນື່ອງ ແລະ ຫລ້າສຸດກຽມຈ່າຍ 60 ລ້ານປອນ ຄວ້າຕົວ ຢູນຸສ ມູຊາ ກອງກາງດາວຮຸ່ງທີມຊາດສະຫະລັດ ອາເມລິກາ ຂອງທີມ ບາເລນເຊຍ ໃນ ລາ ລີກາ ໄປຮ່ວມທີມຫລັງຈົບລະດູການນີ້.
ດາວເຕະອາຍຸ 20 ປີ ເຄີຍຢູ່ໃນທີມເຍົາວະຊົນຂອງ ອາເຊນອລ ລະຫວ່າງປີ 2012-2019 ກ່ອນຈະຍ້າຍໄປຍັງ ບາເລນເຊຍ ແລະ ພັດທະນາຕົນເອງຢ່າງໂດດຂັ້ນ ຈົນກາຍເປັນນັກເຕະຄົນສຳຄັນໃນແດນກາງຂອງທີມໄປຮຽບຮ້ອຍແລ້ວ.
ຈາກຜົນງານອັນໂດດເດັ່ນຂອງ ມູຊາ ໃນໄລຍະຫລາຍປີຜ່ານມານັ້ນ ເຮັດໃຫ້ລາວໄດ້ຮັບການຍ້ອງຍໍວ່າເປັນຫນຶ່ງໃນດາວຮຸ່ງທີ່ມີພອນສະຫວັນທີ່ສຸດຂອງວົງການບານເຕະຢູໂຣບ ແລະ ມິເກລ ອາເຕຕ້າ ຜູ້ຈັດການທີມອາເຊນອລ ເບ່ິງວ່າ ຈະເປັນການເຮັດທຸລະກິດທີ່ຄຸ້ມຄ່າໃນໄລຍະຍາວ.
ອາເຕຕ້າ ຕ້ອງການກອງກາງສາຍເລືອດໃຫມ່ເຂົ້າມາຊ່ວຍວຽກ ໂທມັສ ປາເຕ, ກຣານິດ ຊາກາ ແລະ ຈໍຈິນໂຢ ໃນປີໜ້າ ແລະ ສັກກະຍະພາບສີຕີນຂອງລາວ ພິສູດໃຫ້ເຫັນແລ້ວວ່າ ສາມາດເຂົ້າໄປຫລິ້ນໃນທີມຊຸດທຳອິດຂອງ ອາເຊນອລ ໄດ້ທັນທີ.
ແນວໃດກໍຕາມ ນອກຈາກ ອາເຊນອລ ແລ້ວ ເຊລຊີ ແລະ ລີເວີພູລ ກໍສົນໃຈ ມູຊາ ເຊັ່ນດຽວກັນ.