ເກີດເຫດນ້ຳຖ້ວມ ປະເທດຄອງໂກ ເສຍຊີວິດຫລາຍກວ່າ 200 ຄົນ ສູນຫາຍອີກຫລາຍສິບຄົນ.
May 7, 2023 - 11:42 AM


ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 7 ພຶດສະພາ 2023 ນີ້, ທາງການ ແຂວງຄິວູໃຕ້ ຕັ້ງຢູ່ທາງຕາເວັນອອກຂອງປະທດ ລາຍງານຈຳນວນຜູ້ເສຍຊີວິດຈາກໄພພິບັດຄັ້ງໃຫ່ຍ ເຊິ່ງເປັນຜົນມາຈາກຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນ້ຳທະເລຄີວູ ລົ້ນຝັ່ງ ແລະ ໄຫລເຂົ້າຖ້ວມເຂດທີ່ຢູ່ອາໄສຂອງປະຊາຊົນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 203 ຄົນ ແລະ ຍັງຈະເພີ່ມຂຶ້ນອີກ ເນື່ອງຈາກມີຜູ້ສູນຫາຍອີກຫລາຍສິບຄົນ.
ນອກນີ້ຍັງມີໂຄງສ້າງພື້ນຖານລວມທັງ ເສັ້ນທາງ, ຂົວ, ສະຖານີນ້ຳປະປາ ແລະ ໂຄງຂ່າຍສາຍໄຟຟ້າໄດ້ຮັບຄວາມເສຍຫາຍ ຕະຫລອດຮອດປະຊາຊົນຫລາຍກວ່າ 9,000 ຄົນບໍ່ມີທີ່ຢູ່ອາໄສ