ບັ້ງໄຟໃຜບໍ່ຂຶ້ນຫາມຜູ້ນັ້ນລົງໜອງ ຮັກສາຮີດຄອງຕັ້ງແຕ່ບູຮານ ແຕ່ກໍຕ້ອງປະຍຸກໃຫ້ເຂົ້າຍຸກສະໄໝ
ມາຮອດໄລຍະນີ້ ມັກຈະໄດ້ຍິນຂ່າວກ່ຽວກັບບຸນບັ້ງໄຟຫຼືບຸນເດືອນຫົກຢູ່ບ້ານນັ້ນ ເມືອງນີ້ອ່າວຖີ່ຂຶ້ນ ນີ້ກໍຍ້ອນວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນໜຶ່ງໃນຮີດ12ຄອງສິບສີ່ຂອງລາວເຮົາທີ່ສືບທອດກັນມາແຕ່ດົນນານ ເຊິ່ງໃນປັດຈຸບັນພວມໄດ້ຮັບການປົກປັກຮັກສາແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ.
ບຸນບັ້ງໄຟນີ້ຈະຈັດຢູ່ໃນໄລຍະເດືອນຫົກລາວຕາມປະຕິທິນຈັນທະຄະຕິ ເຊິ່ງເປັນໄລຍະກ່ອນລະດູນາປີ ລັກສະນະເນື້ອໃນຂອງງານຈະມີການຈູດບັ້ງໄຟຢ່າງຫຼວງຫຼາຍ ເນື່ອງຈາກວ່າຄົນລາວໃນຍຸກກ່ອນອາໄສຫາລ້ຽງຊີບດ້ວຍການເຮັດນາເປັນຫຼັກ, ຄວາມອຸດົມສົມບູນຂອງເຂົ້າໃນນາຈຶ່ງເປັນຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງຊາວນາ ຕາມຄວາມເຊື່ອຂອງຄົນໃນເມື່ອກ່ອນເພື່ອບໍ່ໃຫ້ເກີດເຫດເພດໄພຕ່າງໆໃນນາເຂົ້າ ຈຶ່ງໄດ້ເຮັດພິທີຈູດບັ້ງໄຟເພື່ອບູຊາພະຍາແຖນ ຜູ້ມອບໃຫ້ເຊິ່ງຄວາມອຸດົມສົມບູນເພື່ອປະທານຄວາມອຸດົມສົມບູນໃຫ້ເຂົ້າໃນນາ.
ໃນເມື່ອກ່ອນການຫຼິ້ນບຸນບັ້ງໄຟມີຫຼາຍຢ່າງທີ່ບໍ່ເໝາະສົມກໍຖືກປ່ອຍປະໄປຕາມຍຸກຕາມສະໄໝ ບໍ່ວ່າຈະແມ່ນການຄົບງັນ, ການແຫ່ການເຊີ້ງທີ່ມີລັກສະນະລໍ່ແຫຼມສຽດສີເພດກົງກົນຂ້າມ, ສຽດສີອຳນາດການປົກຄອງ, ການປະດັບປະດາເອ້ຢ້ອງທີ່ບໍ່ເໝາະສົມ.
ປັດຈຸບັນບາງບ່ອນໄດ້ຫຼຸດຜ່ອນຈຳນວນບັ້ງໄຟໃຫ້ໜ້ອຍລົງ ຂະໜາດບັ້ງໄຟກໍ່ນ້ອຍລົງ ບາງບ່ອນກໍຈູດພໍເປັນພິທີເພື່ອຖວາຍບູຊາຂໍຟ້າຂໍຝົນໃຫ້ຕົກຖືກຕ້ອງຕາມລະດູການແລະອື່ນໆ, ແຕ່ສິ່ງທີ່ປະບໍ່ໄດ້ກໍແມ່ນບັ້ງໄຟໃຜບໍ່ຂຶ້ນຫາມຜູ້ນັ້ນລົງໜອງ ຄວາມເບີກບານມ່ວນຊື່ນທີ່ເປັນເອກະລັກຂອງບຸນບັ້ງໄຟເດືອນຫົກຍັງຮັກສາໄວ້ຢ່າງຍາວນານ.
ແນວໃດກໍຕາມສິ່ງທີ່ບໍ່ຄວນເບິ່ງຂ້າມນັ້ນກໍຄືການຈັດງານກໍໃຫ້ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີອັນດີງາມ ຕາມລະບຽບກົດໝາຍບ້ານເມືອງຈັດບົນຫຼັກການປະຢັດມັດທະຍັດຕ້ານການຟູມເຟືອຍ, ຫຼີກເວັ້ນຈາກອະບາຍຍະມຸກຕົກເຂົ້າສູ່ການພະນັນ, ສິ່ງສຳຄັນຕ້ອງຄຳນຶງເຖິງຄວາມສະຫງົບປອດໄພເປັນຫຼັກ, ພາຍຫຼັງສຳເລັດງານບຸນແລ້ວກໍໃຫ້ຮີບຮ້ອນລົງສູ່ການຜະລິດລະດູຝົນໃຫ້ທັນເວລາ.