ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ

ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - 344415841 1476831122853904 4066571099885422039 n - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ
ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - kitchen vibe - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ

ລະຫວ່າງວັນທີ 1-5 ພຶດສະພາ 2023 ຜ່ານມານີ້ ຄະນະຂັ້ນສູງຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທຫລ ແລະ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທຫລ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມປະຈໍາປີ ADB ຄັ້ງທີ 56 ປະຈໍາປີ 2023; ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາ ຄານກາງ ອາຊຽນ+3 ຄັ້ງທີ 26 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ປະເທດ ສ. ເກົາຫຼີ.

ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - 345194981 260835339791166 7035706460509480391 n - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ

ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ

ກອງປະຊຸມປະຈໍາປີ ADB ຄັ້ງທີ 56 ປະຈໍາປີ 2023 ພາຍໃຕ້ຄໍາຂວັນ: “Rebounding’s Asia: Recover, Reconnect and Reform” ໃຫ້ຄວາມສຳຄັນຕໍ່ກາານກໍານົດນະໂຍບາຍ ແລະ ການໃຫ້ຄວາມຊ່ວຍເຫຼືອດ້ານການເງິນ ເພື່ອຮອງຮັບກັບສະພາບຄວາມປ່ຽນແປງຂອງດິນຟ້າອາກາດ (Climate Transition). ເປັນເວທີໃຫ້ແກ່ບັນດາຄະນະຜູ້ເເທນຈາກທະນາຄານກາງ, ກະຊວງການເງິນ, ພາກທຸລະກິດ, ອົງກອນເພື່ອສັງຄົມ ແລະ ນັກວິຊາການຈາກປະເທດສະມາຊິກ ADB ເພື່ອມາປຶກສາຫາລືຮ່ວມກັນ ກ່ຽວກັບສະພາບການຟື້ນຕົວ ພາຍຫຼັງການແຜ່ລະບາດຂອງພະຍາດ COVID-19 ລວມເຖິງການຮັບມືກັບສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ.

ທ່ານ Masatsugu Asakawa ປະທານ ADB ກ່າວ ເປີດໂຕກອງທຶນການເງິນນະວັດຕະກຳໃໝ່ ເພື່ອການປ່ຽນແປງຂອງສະພາບດິນຟ້າອາກາດຂອງພາກພື້ນອາຊີ-ປາຊີຟິກ (Innovative Finance Facility for Climate in Asia and the Pacific (IF-CAP) ຊຶ່ງຈະເປັນກອງທຶນສໍາຄັນທີ່ຊ່ວຍເພີ່ມທະວີການສະໜັບສະໜູນໃຫ້ແກ່ປະເທດສະມາຊິກໃນພາກພື້ນດັ່ງກ່າວ ໂດຍເປົ້າໝາຍຂອງເງິນທຶນຄໍ້າປະກັນໃນເບື້ອງຕົ້ນແມ່ນ 3 ຕື້ໂດລາສະຫະລັດ ແລະ ຄາດວ່າຈະເຮັດໃຫ້ ADB ເລັ່ງການເພີ່ມທຶນໃໝ່ໃຫ້ແກ່ໂຄງການກູ້ຢືມໃໝ່ທີ່ຕິດພັນກັບການປ່ຽນແປງສະພາບດິນຟ້າອາກາດ ໄດ້ເຖິງ 15 ລ້ານໂດລາສະຫະລັດ.

ທ່ານຜູ້ວ່າການ ທຫລ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມື ລະຫວ່າງ ທຫລ ແລະ ທະນາຄານກາງ ອິນໂດເນເຊຍ ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ທ່ານ Ahmed. M. Saeed, ຮອງປະທານ ADB ເພື່ອປຶກສາຫາລື ກ່ຽວກັບຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ADB ສຳລັບປີ 2024-2028 ຊຶ່ງແຜນດັ່ງກ່າວ ຈະຊ່ວຍສະໜັບສະໜູນໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2024 ແລະ ສະໜັບສະໜູນຄວາມກ້າວໜ້າທີ່ເຂັ້ມແຂງ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ລວມທັງການຫັນໄປສູ່ເສດຖະກິດທີ່ມີກາກບອນຕໍ່າ ເພື່ອໃຫ້ສາມາດບັນລຸໄດ້ຄຳສັນຍາປາຣີ (Paris Commitment).

ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - 4 - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ
ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - 5 - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ
ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ - 3 - ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະ ຄະນະເຂົ້າຮ່ວມກອງປະຊຸມ ປະຈໍາປີ ADB ຄັ້ງທີ 56 ທີ່ ສ.ເກົາຫລີ