ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ

ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ - 14 02 2023 1676358048 001 - ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ
ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ - kitchen vibe - ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ

ວັນທີ 10 ກຸມພາ 2023 ຜ່ານມາ  ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ: ດ້ວຍການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ  ດັ່ງນີ້:

ມາດຕາ 1 ຈຸດປະສົງ

ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ - Visit Laos Visit SALANA BOUTIQUE HOTEL - ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ

ຂໍ້ຕົກລົງສະບັບນີ້ອອກເພື່ອປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວໃຫ້ສອດຄ່ອງ ກັບສະພາບເສດຖະກິດDເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.

ມາດຕາ 2 ການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ

ທະນາຄານແຫ່ງ ສປປ ລາວ ປັບເພີ່ມອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະກຸນເງິນ ກີບ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ.

ມາດຕາ 3 ການນໍາໃຊ້ອັດຕາດອກເບ້ຍພື້ນຖານ

ທະນາຄານແຫ່ງ ສປປ ລາວ ນໍາໃຊ້ອັດຕາດອກເບ້ຍພື້ນຖານ ເພື່ອຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃນ ການດັດສົມສະພາບຄ່ອງແຫຼ່ງສຸດທ້າຍໃຫ້ທະນາຄານທຸລະກິດທີ່ຂາດສະພາບຄ່ອງ ຕາມລະບຽບການກ່ຽວຂ້ອງ.

ມາດຕາ 4 ການຈັດຕັ້ງປະຕິບັດ

ມອບໃຫ້ກົມນະໂຍບາຍເງິນຕາ, ກົມບໍລິການທະນາຄານ ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່-ແນະນໍາໃຫ້ບັນດາສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ, ບັນດາທະນາ ຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 5 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຂໍ້ຕົກລົງວ່າດ້ວຍການ ປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະບັບເລກທີ 778/ທຫລ, 11 ຕຸລາ 2022.

 

ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ - 5 - ທະນາຄານແຫ່ງ ສປປ ລາວປັບປຸງອັດຕາດອກເບ້ຍພື້ນຖານ ໄລຍະບໍ່ເກີນ 7 ວັນ ຈາກ 6,5% ມາເປັນ 7,5% ຕໍ່ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!