ປກສ ເມືອງເມີງ ຢຶດຢາໄອ 198 ຫໍ່ ແລະ ຢາເຄຕາມິນ 300 ຫໍ່ ສ່ວນເຈົ້າຂອງລົດເອົາຕົວຫລົບໜີ
May 5, 2023 - 2:54 PM


ວັນທີ 2 ພຶດສະພາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງເມີງ ແຂວງບໍ່ແກ້ວ ໄດ້ຕັ້ງຈຸດກວດກາຍານພາຫະນະ ຢູ່ຈຸດ 3 ແຍກບ້ານໂພນສະຫວ່າງ ເມືອງເມິງ, ຮອດເວລາ 11:35 ນາທີ ໄດ້ມີລົດລີໂວ້ ສີຂາວ ຂັບຂີ່ມາແຕ່ບ້ານຫ້ວຍອໍ້ດ້ວຍຄວາມໄວ, ເຈົ້າໜ້າທີ່ໄດ້ໃຫ້ສັນຍານຈອດລົດ ແຕ່ລົດຄັນດັ່ງກ່າວບໍ່ຈອດໄດ້ຂີ່ກາຍຈຸດກວດກາໄປ, ທາງເຈົ້າໜ້າທີ່ໄດ້ຂັບລົດໄລ່ຕາມໄປປະມານ 300 ແມັດ ຈຶ່ງເຫັນລົດຄັນດັ່ງກ່າວຈອດຢູ່ແຄມທາງ ສ່ວນຜູ້ຂັບຂີ່ໄດ້ເອົາຕົວຫລົບໜີ.
ຜ່ານການກວດກາລົດຄັນດັ່ງກ່າວ ພົບຢາເສບຕິດ ປະເພດຢາໄອສ ຈຳນວນ 198 ຫໍ່ ແລະ ຢາເຄຕາມິນ 300 ຫໍ່, ໃບຂັບຂີ່ຍານພາຫະນະ 1 ບັດອອກຊື່ ທ້າວຈື່ຢ່າງ ສະນັ້ນ ເຈົ້າໜ້າທີ່ ປກສ ເມືອງເມິງຈຶ່ງໄດ້ຢຶດໄວ້ເປັນຂອງກາງ.
ຕໍ່ເຫດການດັ່ງກ່າວເຈົ້າໜ້າທີ່ກຳລັງດຳເນີນການສືບຄົ້ນຫາເຖິງຜູ້ທີ່ມີສ່ວນພົວພັນ ເພື່ອນຳຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.