ເປີດສາກແລ້ວເປຕັງທົ່ວປະເທດຊີງຂັນພະນະທ່ານນາຍົກລັດຖະມົນຕີ ຄັ້ງທີ 9
March 30, 2017 - 4:54 PM


ໂອກາດນີ້ ທ່ານ ຄຳຫຼ້າ ວິນໄລທອງ ກ່າວວ່າ: ເພື່ອເປັນການຄັດເລືອກນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນກຽມ ຮັບໃຊ້ຊາດຮ່ວມແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 29 ດັ່ງນັ້ນຈຶ່ງໄດ້ຈັດການແຂ່ງຂັນລາຍການດັ່ງກ່າວນີ້. ເຊິ່ງມີການຊີງໄຊກັນທັງໝົດ 5 ລາຍການປະກອບມີ ປະເພດດ່ຽວຍິງ-ຊາຍ, ທີມຄູ່ຍິງ, ທີມຊຸດຊາຍ ແລະ ທີມຄູ່ ອາວຸໂສ.
ສຳລັບລາງວັນຊະນະເລີດປະເພດດ່ຽວຍິງ-ຊາຍ ແລະ ທີມຄູ່ອາວຸໂສ ທີ 1 ຈຳໄດ້ຮັບຫຼຽນຄຳ ພ້ອມເງິນສົດ1.5 ລ້ານກີບ, ທີມ 2 ຫຼຽນເງິນ ພ້ອມເງິນລາງວັນ 8 ແສນກີບ, ທີ 3 ຫຼຽນທອງ ພ້ອມເງິນ 5 ແສນກີບ, ປະເພດທີມ ຄູ່ຍິງ ທີ 1 ຈະໄດ້ຮັບຫຼຽນຄຳ ພ້ອມເງິນສົດ 2 ລ້ານກິບ, ທີ 2 ຫຼຽນເງິນ ພ້ອມເງິນ 1 ລ້ານກີບ, ທີ 3 ຫຼຽນທອງ ພ້ອມເງິນ 5 ແສນກີບ ແລະ ປະເພດທີມຄູ່ຊາຍ ທີ 1 ຈະໄດ້ຮັບຫຼຽນຄຳ ພ້ອມເງິນ 5 ລ້ານກີບ, ທີ 2 ຫຼຽນເງິນ ພ້ອມເງິນ 2 ລ້ານກີບ ແລະ ທີ 3 ຫຼຽນທອງ ພ້ອມເງິນ 1 ລ້ານກີບ.
ຂ່າວຈາກ:http://laosportnews.com.