ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ

ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ - a7fcb531aaf747c7aced21e47f7d7fde - ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ
ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ - kitchen vibe - ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ

ສຳນັກຂ່າວຊ່ອງ7 ຂອງໄທລາຍງານ: ວັນທີ 3 ພຶດສະພາ 2023 ນີ້ວ່າ: ສຳນັກງານຄະນະກຳມະການ ອາຫານ ແລະ ຢາ ຫຼື ອຢ ຂອງໄທ ໄດ້ກວດພົບຢາກະຕຸ້ນສະມັດທະພາບທາງເພດໃນຜະລິດຕະພັນກາເຟສຳເລັດຮູບ ປະສົມຊະນິດຜົງ ເຕືອນຜູ້ບໍລິໂພກຢ່າຊື້ ເພາະສ່ຽງເຮັດໃຫ້ຕາບອດ ແລະ ເປັນອັນຕະລາຍເຖິງຊີວິດ.
ຈາກຜົນກວດສອບກາເຟສຳເລັດຮູບປະສົມຊະນິດຜົງກາ ໂກແມັກຊ໌ຄັອບຟີ່ (GOMAX COFFEE) ລຸ້ນການຜະລິດວັນທີ 23 ກັນຍາ 2022 ແລະ ໝົດອາຍຸ ວັນທີ 23 ກັນຍາ 2024 ໂດຍຫ້ອງປະຕິບັດການ ກົມວິທະຍາສາດການແພດ ໄດ້ພົບການປົນເປື້ອນຂອງຢາ ຊິລເດນາຟິລ (sildenafil) ເຊິ່ງເປັນຢາປິ່ນປົວອາການເສື່ອມສະມັດທະພາບທາງເພດ ຫຼື ຢາຄວບຄຸມພິເສດ.
ຢາຊະນິດນີ້ ເປັນຢາທີ່ອອກລິດຂະຫຍາຍຫລອດເລືອດ ເຊິ່ງມີຜົນຂ້າງຄຽງທີ່ເຮັດໃຫ້ເກີດຄວາມຜິດປົກກະຕິຂອງລະບົບປະສາດຕາ ເຖິງຂັ້ນເຮັດໃຫ້ຕາບອດໄດ້ ໂດຍຈະມີອາການເຈັບຫົວຢ່າງຮຸນແຮງ, ຫົວໃຈເຕັ້ນຜິດຈັງຫວະ, ຄວາມດັນເລືອດສູງ ແລະ ເປັນອັນຕະລາຍເຖິງຊີວິດໄດ້, ຄົນທີ່ເປັນພະຍາດຕັບ, ໝາກໄຂ່ຫລັງ, ຄວາມດັນເລືອດຕໍ່າ ແລະ ຫົວໃຈ ຄວນລະວັງເປັນພິເສດ ເຕືອນຜູ້ບໍລິໂພກຢ່າຊື້ຜະລິດຕະພັນນີ້ ແລະ ຢ່າຫລົງເຊື່ອການໂອ້ອວດສັບພະຄຸນຊ່ວຍເສີມສະມັດທະພາບທາງເພດ.

ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ - 5 - ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ
ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ - Visit Laos Visit SALANA BOUTIQUE HOTEL - ອຢ ໄທເຕືອນ ພົບຢາກະຕຸ້ນສະມັດທະພາບທາງເພດໃນກາເຟສຳເລັດຮູບ ສ່ຽງເຮັດໃຫ້ຕາບອດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!