ຫາລື ປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ
May 4, 2023 - 5:57 PM


ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດກອງປະຊຸມປືກສາຫາລືກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍການທ່ອງ ທ່ຽວ ໃນວັນທີ 4 ພຶດສະພາ 2023 ແນໃສ່ເປີດກວ້າງ, ລະດົມຄໍາຄິດເຫັນຈາກພາກລັດ, ພາກທຸລະກິດ, ຊ່ຽວຊານສາກົນ, ຊ່ຽວຊານພາຍໃນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍການເປັນປະ ທານຂອງ ທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີ ກະຊວງ ຖວທ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຊ່ຽວຊານປະຈໍາ ເອດີບີ ແລະ ຜູ້ຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ເພື່ອພັດທະນາວຽກງານການທ່ອງທ່ຽວໃຫ້ມີປະສິດທະພາບ ປະສິດທິຜົນທີ່ດີຂຶ້ນ ຂະແໜງການທີ່ກ່ຽວຂ້ອງຍັງມີຄວາມຈໍາເປັນຕ້ອງໄດ້ທົບທວນຄືນໃໝ່ ບັນດາລະບຽບການທີ່ມີແລ້ວ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບປັດຈຸບັນ ແລະ ອະນາຄົດ, ໃນນັ້ນ ກົດໝາຍວ່າດ້ວຍການທ່ອງທ່ຽວ ຖືເປັນນິຕິກໍາສູງສຸດຂອງຂະແໜງການທ່ອງທ່ຽວທີ່ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເພື່ອເຮັດໃຫ້ການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວໃນຄັ້ງນີ້ ມີເນື້ອໃນທີ່ສອດຄ່ອງກັບບັນດານິຕິກໍາຂອງຂະແໜງການກ່ຽວຂ້ອງ ແລະ ສະພາບການຕົວຈິງຂອງຂະແໜງການທ່ອງທ່ຽວ ຊຶ່ງມັນຮຽກຮ້ອງໃຫ້ທຸກພາກສ່ວນ ຕ້ອງໄດ້ສະແດງຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມໃນການຄົ້ນຄວ້າ ປະກອບຄໍາຄິດເຫັນ ແນໃສ່ໃຫ້ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງໃໝ່ນີ້ ມີໂຄງສ້າງ ແລະ ເນື້ອໃນທີ່ຮັດກຸມ, ເຂົ້າໃຈງ່າຍ ແລະ ສະດວກໃນການຈັດຕັ້ງປະຕິບັດ ເພື່ອສອດຄ່ອງກັບກົດໝາຍສະບັບອື່ນ ແລະ ຕອບສະໜອງຕາມຈຸດປະສົງທີ່ໄດ້ກໍານົດໄວ້.
ທ່ານນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ກົດໝາຍສະບັບປັບປຸງໃໝ່ນີ້ ຈະຕ້ອງໄດ້ກໍານົດພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາຂະແໜງການກ່ຽວຂ້ອງ ລວມທັງສ້າງກົນໄກຈັດຕັ້ງປະຕິບັດ ສໍາລັບການຮ່ວມມື ແລະ ການປະສານງານ ໃນອະນາຄົດໃຫ້ຈະແຈ້ງ; ອີກບັນຫາໜຶ່ງທີ່ຕ້ອງເອົາໃຈໃສ່ ແມ່ນການນໍາໃຊ້ຊັບພະຍາກອນທ່ອງທ່ຽວທີ່ມີທ່າແຮງຂອງປະເທດລາວ ໃຫ້ຮັບປະກັນຄວາມຍືນຍົງ, ປະກອບສ່ວນຫລຸດຜ່ອນຄວາມທຸກຍາກ ແລະ ສ້າງຜົນປະໂຫຍດທີ່ຍືນຍົງ ດ້ານເສດຖະກິດ-ສັງຄົມ ແກ່ປະເທດ. ບັນຫາຕໍ່ມາແມ່ນ ການຮ່ວມມືລະຫວ່າງພາກລັດ-ພາກທຸລະກິດ ໃນຕໍ່ໜ້ານີ້ ສະເໜີໃຫ້ມີການຄົ້ນຄວ້າຢ່າງເລິກເຊິ່ງ ກ່ຽວກັບລະບຽບການຄຸ້ມຄອງຫົວໜ່ວຍທຸລະກິດ ທີ່ຕິດພັນກັບເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ການຈອງ, ການຊື້-ຂາຍຜ່ານລະບົບອອນລາຍ ເພື່ອໃຫ້ການຄຸ້ມຄອງທຸລະກິດໃນຂະແໜງການທ່ອງທ່ຽວກ້າວໄປສູ່ລະບົບທັນສະໄໝ ອຸດຕັນການຮົ່ວໄຫລຂອງງົບປະມານ ເພີ່ມລາຍຮັບໃຫ້ແກ່ປະເທດຊາດ.
ທ່ານນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງ ຖວທ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງປີ 2013 ເຊິ່ງກົດໝາຍວ່າດ້ວຍການທ່ອງທ່ຽວໄດ້ຮັບການຮັບຮອງ ແລະ ປະກາດໃຊ້ເປັນຄັ້ງທຳອິດໃນປີ 2005 ແລະ ໄດ້ປັບປຸງຄັ້ງທີ 1 ໃນປີ 2013 ປະກອບມີ 12 ພາກ 20 ໝວດ ແລະ 103 ມາດຕາ ໂດຍໄດ້ສ້າງເປັນນິຕິກຳລຸ່ມກົດໝາຍ 6 ສະບັບ, ພ້ອມນັ້ນ ມີນິຕິກຳທີ່ກຳລັງສືບຕໍ່ຄົ້ນຄວ້າໃກ້ຈະສຳເລັດມີ 5 ສະບັບຄື: ຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ, ຮ່າງດຳລັດວ່າດ້ວຍເມືອງທ່ອງທ່ຽວ, ຮ່າງດຳລັດວ່າດ້ວຍສະພາສົ່ງເສີມຕະຫລາດການທ່ອງທ່ຽວ, ຮ່າງຂໍ້ຕົກລົງວ່າດ້ວຍທຸລະກິດສົ່ງເສີມສຸຂະພາບ ການບໍລິການນວດ, ສະປາ ແລະ ຮົມຢາພື້ນເມືອງ ແລະ ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ຮ່າງຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວປ່າສະຫງວນ.
ສ່ວນຄວາມຄືບໜ້າໃນການກະກຽມປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ ໄດ້ສໍາເລັດການລາຍງານສະພາບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການທ່ອງທ່ຽວ ຊຶ່ງໄດ້ຮັບການເຫັນດີຕໍ່ເນື້ອໃນບົດລາຍງານດັ່ງກ່າວຈາກການນຳກະຊວງ, ໄດ້ສໍາເລັດການສ້າງແຜນກິດຈະກໍາການເຄື່ອນ ໄຫວ ໂດຍມີການປະສານສົມທົບກັບຄະນະກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ແລະ ໄດ້ຮັບການເຫັນດີຈາກການນໍາກະຊວງ, ໄດ້ຮັບການເຫັນດີສະໜອງງົບປະມານຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ເພື່ອນໍາໃຊ້ເຂົ້າໃນການວ່າຈ້າງຜູ້ຊ່ຽວຊານສາກົນ ແລະ ພາຍໃນ ໃນການຄົ້ນຄວ້າຮ່າງກົດໝາຍສະບັບປັບປຸງຄັ້ງນີ້. ພ້ອມນັ້ນ, ຍັງໄດ້ສໍາເລັດກອງປະຊຸມຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວໃນວັນທີ 22 ມີນາ 2023 ຊຶ່ງໄດ້ເອກະພາບກັນ ກ່ຽວກັບແຜນການເຄື່ອນໄຫວຂອງຄະນະ ແລະ ການຕີລາຄາສະພາບການຈັດຕັ້ງປະຕິບັດກົດໝາຍໃນໄລຍະຜ່ານມາ, ສຳເລັດການເຂົ້າພົບປະ ແລະ ເກັບກໍາຂໍ້ມູນນໍາພາກສ່ວນກ່ຽວຂ້ອງ. ໃນນັ້ນ, ມີບັນດາກົມຂອງກະຊວງການເງິນ, ຫ້ອງການກະຊວງ ຖວທ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາສະມາຄົມໃນຂະແໜງການທ່ອງທ່ຽວໄດ້ສຳເລັດການກະກຽມກອງປະຊຸມເປີດກວ້າງເພື່ອລະດົມຄໍາເຫັນ ພາກລັດ-ພາກທຸລະກິດ ກ່ຽວກັບການການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ.