Samsung ປະກາດເປີດໂຕໂທລະສັບພັບໄດ້ໃນປີໜ້າ
September 13, 2017 - 9:54 AM


ໃນວັນທີ 12 ກັນຍານີ້, ບໍລິສັດຊໍາຊຸງເອເລັກໂຕນິກໃນ ສ.ເກົາຫລີ ຢືນຢັນວ່າ Samsung ກຽມເປີດໂຕໂທລະສັບພັບໄດ້ ສໍາລັບ Galaxy Note ໃນປີໜ້າ.
ທ່ານ ດົງຈິນ ປະທານຝ່າຍທຸລະກິດໂທລະສັບມືຖື ບໍລິສັດ Samsung ເອລັກໂຕນິກຖະແຫຼງວ່າ ບໍລິສັດຕັ້ງເປົ້າໝາຍເປີດໂທລະສັບແບບໜ້າຈໍພັບໄດ້ໃນປີໜ້າ (2018) ແຕ່ຍັງມີບາງຢ່າງທີ່ຕ້ອງແກ້ໄຂໃຫ້ສໍາເລັດກ່ອນວາງຈໍາໜ່າຍ ໂດຍບໍ່ໄດ້ບອກວ່າມີເລື່ອງໃດແດ່. ນັກວິເຄາະດ້ານໄອທີກ່າວວ່າ ການຜະລິດໂທລະສັບແບບພັບໄດ້ ພ້ອມດ້ວຍເຕັກໂນໂລຊີທັນສະໄໝ ແລະ ມີຄວາມບາງ ເພື່ອວາງຈໍາໜ່າຍໃນທ້ອງຕະຫຼາດ ອາດຕ້ອງໃຊ້ເວລາໃນການພັດທະນາ. ກ່ອນໜ້ານີ້ Samsung ເປັນຍີ່ຫໍ້ທໍາອິດທີ່ເປີດໂຕໂທລະສັບງໍໄດ້.