ອາກາດຮ້ອນ ຈົ່ງມີສະຕິ ເພື່ອຄວາມປອດໄພຈາກອັກຄີໄພ


ສະພາບອາກາດໄລຍະ ເດືອນເມສາ – ເດືອນພຶດສະພາ ເປັນໄລຍະທີ່ອຸນຫະພູມອາກາດຮ້ອນຫຼາຍ ແລະ ຍັງຮ້ອນອົບເອົ້າຕື່ມອີກ ເຊິ່ງເປັນເງື່ອນໄຂໜຶ່ງທີ່ພາໃຫ້ເກີດອັກຄີໄພໄດ້ງ່າຍຂຶ້ນ ຊຶ່ງໃນໄລຍະນີ້ເຮົາມັກໄດ້ຍິນໄດ້ເຫັນຂ່າວກ່ຽວກັບເຫດການເກີດໄຟໄໝ້ເລື້ອຍໆ ລວມມີໄຟໄໝ້ລາມປ່າ, ປ່າຫຍ້າແຫ້ງ, ໄຟໄໝ້ເຮືອນ,ໄໝ້ສາງ…
ສະພາບ ອັກຄີໄພທີ່ເກີດຂຶ້ນມານີ້ ແມ່ນເກີດຈາກທຳມະຊາດກໍມີ ແລະ ເກີດມາຈາກ ການກະທຳຂອງມະນຸດເຮົາກໍຫລາຍ ລວມທັງເຈຕະນາ ແລະ ບໍ່ເຈດຕະນາ ຍ້ອນວ່າສະພາບອາກາດແຫ້ງແລ້ງຮ້ອນອົບເອົ້າເປັນເງື່ອນໄຂພາໃຫ້ເກີດໄຟລຸກໄໝ້ໄດ້ງ່າຍຂຶ້ນ ສ່ວນເກີດຈາກຄົນເຮົາກໍຂາດສະຕິມັກງ່າຍໃນການໃຊ້ຟືນໃຊ້ໄຟ ບໍ່ວ່າຈະເປັນໄຟຈາກການຫຸງຕົ້ມ,ແຕ່ງຢູ່ຄົວກິນ, ໄຟຈາກການຈູດທູບໃຕ້ທຽນບູຊາ, ໄຟຟ້າລັດວົງຈອນ ແລະ ອື່ນໆ
ແນ່ນອນ ໃນເມື່ອຫາກເກີດອັກຄີໄພຂຶ້ນຢູ່ບ່ອນໃດແລ້ວ ຍ່ອມນຳເອົາຄວາມເສຍຫາຍທາງດ້ານຊັບສິນເງິນຄຳ ຫຼື ບາງກໍລະນີອາດເສຍຮອດຊີວິດ ມາສູ່ບ່ອນນັ້ນຢ່າງບໍ່ຕ້ອງສົງໄສ, ເຖິງແມ່ນຈະຢູ່ໃນກໍລະນີໃດເງື່ອນໄຂໃດກໍຕາມ ພວກເຮົາຕ້ອງເພີ່ມສະຕິລະວັງຕົວໃນການຊົມໃຊ້ໄຟໃຫ້ສູງຂຶ້ນໃນທຸກດ້ານ ນັບທັງການຜະລິດກະສິກຳ ການຈູດໄຮ່ແຜ້ວສວນ ກ່ອນຈະຈູດກໍຄວນສ້າງແລວກັນໄຟອ້ອມໄຮ່ອ້ອມສວນເສຍກ່ອນ ບໍ່ຄວນຈູດເວລາມີລົມພັດແຮງ, ການແຕ່ງຢູ່ຄົວກິນເວລາເຂົ້າປ່າຫາອາຫານຕາມທຳມະຊາດລວມທັງໄຟໃຊ້ໃນການຫຸງຕົ້ມຢູ່ຄອບຄົວເຮືອນຊານ ເມື່ອສຳເລັດແລ້ວຄວນດັບມອດໃຫ້ດີ, ເວລາຈູດທູບໃຕ້ທຽນບູຊາກໍເຊັ່ນດຽວກັນຄວນມີສະຕິລະວັງຕົວເພີ່ມຂຶ້ນ ເມື່ອສຳເລັດວຽກງານງານຄວນດັບມອດໃຫ້ສະໜິດ.
ສຳຄັນອີກ ອັນໜຶ່ງຄວນໝັ່ນກວດເບິ່ງສາຍໄຟຟ້າໃນເຮືອນ ຖ້າເຫັນວ່າມັນເກົ່າແກ່ຊຸດໂຊມຫລາຍກໍຄວນມີການສ້ອມແປງປ່ຽນຖ່າຍ ໂດຍສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເປັນຜູ້ປ່ຽນຖ່າຍໃຫ້ບໍ່ຄວນສ້ອມແປງດ້ວຍຕົນເອງ ສ່ວນຄື່ອງໃຊ້ໄຟຟ້າ, ປັກສຽບໄຟຟ້າ ອັນໃດທີ່ບໍ່ໃຊ້ແລ້ວໃຫ້ຖອດອອກໄວ້ ບໍ່ຄວນສຽບປະໄວ້ ນອກຈາກຈະຊ່ວຍຫຼຸດຜ່ອນການເກີດອັກຄີໄພຍ້ອນໄຟຟ້າລັດວົງຈອນແລ້ວມັນຍັງຊ່ວຍຫຼຸດຜ່ອນການໃຊ້ຈ່າຍຄ່າກະແສໄຟຟ້າຕື່ມອີກ.
ສະຫຼຸບແລ້ວອັກຄີໄພທີ່ເກີດຂຶ້ນນັ້ນ ໜຶ່ງມາແມ່ນເກີດຈາກທຳມະຊາດ ແຕ່ ສ່ວນຫລາຍແລ້ວແມ່ນເກີດມາຈາກນ້ຳມີຂອງມະນຸດເອງ ດັ່ງນັ້ນ ເຮົາທຸກຄົນ ຈົ່ງມີສະຕິ ໃນການໃຊ້ໄຟ ເພື່ອຄວາມປອດໄພຈາກອັກຄີໄພ.