ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານອິນໂດເນເຊຍ ລົງນາມເພີ່ມທະວີການຮ່ວມມືໃນຂົງເຂດທະນາຄານກາງດ້ານການເງິນ-ເງິນຕາ


ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານອິນໂດເນເຊຍ (ທອຊ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ 2 ພຶດສະພາ 2023, ທີ່ເມືອງອິນຊອນ, ສ.ເກົາຫລີ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງທະນາຄານກາງ. ໂດຍແມ່ນ ທ່ານ ບຸນເຫລືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ Perry Warjiyo, ຜູ້ວ່າການ ທະນາຄານອິນໂດເນເຊຍ ໃນໄລຍະການເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 (AFMGM+3).
ໃນເອກະສານ MOU ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງ ທຫລ ແລະ ທອຊ ທີ່ຈະຮັດແໜ້ນສາຍພົວພັນ ລະຫວ່າງ ສອງທະນາຄານກາງ ແລະ ກຳນົດຂອບການຮ່ວມມືຢ່າງເປັນລະບົບ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງ ທຫລ ແລະ ທອຊ ໃນວຽກງານຈຸດສຸມຂອງຂະແໜງທະນາຄານໂດຍສະເພາະແມ່ນ ວຽກງານນະໂຍບາຍເງິນຕາ, ສະຖຽນລະພາບທາງດ້ານການເງິນ, ນະໂຍບາຍຄວາມໝັ້ນຄົງມະຫາພາກທາງດ້ານການເງິນ ແລະ ລະບົບການຊຳລະ.
ໃນການຈັດຕັ້ງປະຕິບັດ MOU ດັ່ງກ່າວນີ້ແມ່ນຈະດຳເນີນໂດຍຜ່ານການປຶກສາຫາລືທາງດ້ານນະໂຍບາຍ, ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືທາງດ້ານວິຊາການ, ການຕິດຕໍ່ປະສານງານ ແລະ ການປຶກສາຫາລືກ່ຽວກັບຮ່ວມມືດ້ານການຄຸ້ມຄອງ ແລະ ຕິດຕາມກວດກາ, ສ້າງນະວັດຕະກໍາຮ່ວມກັນ ແລະ ການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ. ພ້ອມນີ້, ທ່ານຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ມີຄໍາເຫັນວ່າ: ການເຊັນ “MOU ສະບັບນີ້ ບໍ່ພຽງແຕ່ຈະເປັນຂີດໝາຍສຳຄັນໃນການເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງ ທະນາຄານກາງທັງສອງປະເທດເທົ່ານັ້ນ, ຫາກຍັງຈະເປັນການເລີ່ມຕົ້ນທີ່ດີໃນການສະໜັບສະໜູນວຽກງານເຊື່ອມໂຍງພາກພື້ນອາຊຽນ”.
ທ່ານຜູ້ວ່າການ ທະນາຄານອິນໂດເນເຊຍ ໄດ້ເນັ້ນວ່າ: “ການລົງນາມໃນ MOU ສະບັບນີ້ແມ່ນເປັນການລິເລີ່ມການປະສານຮ່ວມມືຂອງທັງສອງທະນາຄານກາງໃນອະນາຄົດໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ, ທັງສອດຄ່ອງກັບເນື້ອໃນຈິດໃຈການເປັນປະທານກອງປະຊຸມອາຊຽນໃນປີ 2023 ຂອງອິນໂດເນເຊຍ ທີ່ແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ, ດັ່ງທີ່ສະທ້ອນໃຫ້ເຫັນໃນ MOU”.
ຂໍ້ມູນ-ພາບ: ກົມຮ່ວມມືສາກົນ