ນະຄອນຫລວງຈະແກ້ໄຂສະພາບນ້ຳອັ່ງຂັງໃນເສັ້ນທາງແນວໃດດີ

- kitchen vibe - ນະຄອນຫລວງຈະແກ້ໄຂສະພາບນ້ຳອັ່ງຂັງໃນເສັ້ນທາງແນວໃດດີ

- Untitled 1 1 275x300 - ນະຄອນຫລວງຈະແກ້ໄຂສະພາບນ້ຳອັ່ງຂັງໃນເສັ້ນທາງແນວໃດດີ
     ສະບາຍດີຜູ້ອ່ານ, ພໍຮອດຍາມຝົນຕົກລົງມາຫລາຍເສັ້ນທາງໃນຕົວເມືອງຂອງນະຄອນຫລວງວຽງຈັນຈະພົບ ບັນຫາເລື່ອງນ້ຳຖ້ວມ, ນ້ຳອັ່ງຂັງເປັນບໍລິເວນກວ້າງ ແລະ ສະພາບດັ່ງກ່າວກໍແກ່ຍາວມາຫລາຍປີແລ້ວ ແຕ່ມາ ຮອດດຽວນີ້ກໍຍັງແກ້ໄຂບໍ່ຕົກ ແລະ ເບິ່ງຄືວ່ານັບມື້ຮ້າຍແຮງຂຶ້ນ. ຄືດັ່ງເຊົ້າວານນີ້ມີສະພາບຝົນຕົກບໍ່ເຖິງຂັ້ນ ຮ້າຍແຮງ ແຕ່ຫລາຍເສັ້ນທາງໃນບໍລິເວນອ່າວຕໍ່າແດ່ກໍເກີດສະພາບນ້ຳອັ່ງຂັງ, ບາງບ່ອນແກ່ຍາວໄປເກືອບຊົ່ວ ໂມງນ້ຳຝົນດັ່ງກ່າວຈຶ່ງຄ່ອຍໆບົກແຫ້ງລົງໄດ້.

ຕາມຜູ້ເຫັນເຫດການຫຼາຍຄົນໃຫ້ຂໍ້ສັງເກດວ່າ: ສາເຫດຫລັກແມ່ນຮ່ອງນ້ຳອຸດຕັນ ເຊິ່ງຂາດການອະນາໄມ ລ່ວງຮ່ອງນ້ຳໄວ້ແຕ່ຫົວທີ ແລະ ອີກບັນຫາທີ່ອາດຈະແກ້ໄຂໄດ້ຍາກ ແມ່ນການຖົມບຶງຖົມໜອງເພື່ອການປຸກ ສ້າງໃນຕົວເມືອງມີຫລາຍ ແລະ ຂາດການຈັດສັນທີ່ດີ ຄືໃນເຂດຕະຫລາດໜອງດ້ວງ (ບ້ານໜອງດ້ວງທົ່ງ) ກໍບໍ່ຮູ້ ວ່າການລະບາຍນ້ຳໃນບໍລິເວນດັ່ງກ່າວແມ່ນໄປທາງໃດ ເມື່ອຝົນຕົກລົງມາຈຶ່ງເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ ເປັນບໍລິເວນກວ້າງ. ຖ້າພວກເຮົາຂະແໜງການກ່ຽວຂ້ອງບໍ່ມີທິດທາງແກ້ໄຂແລ້ວ, ສະພາບນ້ຳອັ່ງຂັງດັ່ງກ່າວຈະ ສົ່ງຜົນກະທົບໃຫ້ຫລາຍເສັ້ນທາງເປ່ເພໄດ້ງ່າຍ ແລະ ເຮັດໃຫ້ການສັນຈອນໃນຕົວເມືອງພົບຄວາມຫຍຸ້ງຍາກ ແລະ ຫ່າງໄກຄວາມຈະເລີນສີວິໄລທີ່ວາງໄວ້.

- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງຈະແກ້ໄຂສະພາບນ້ຳອັ່ງຂັງໃນເສັ້ນທາງແນວໃດດີ

ແຕ່ເຖິງຢ່າງໃດກໍຂໍສະແດງຄວາມຊົມເຊີຍ ເຊິ່ງມໍ່ໆມານີ້, ນະຄອນຫລວງວຽງຈັນກໍໄດ້ມີກອງປະຊຸມປຶກສາ ຫາລື ເພື່ອຊອກວິທີທາງແກ້ໄຂສະພາບນ້ຳເປື້ອນນ້ຳຂັງໃນຕົວເມືອງໃຫ້ດີຂຶ້ນກວ່າເກົ່າ ແລະ ຈຸດນີ້ຈະເປັນທາງ ອອກທີ່ດີໃຫ້ນະຄອນຫລວງວຽງຈັນເຮັດສຳເລັດ ສ.ສະອາດ ທີ່ວາງໄວ້.

- 3 - ນະຄອນຫລວງຈະແກ້ໄຂສະພາບນ້ຳອັ່ງຂັງໃນເສັ້ນທາງແນວໃດດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!