ປືນໃຫຍ່ ອາເຊນອລ ເປີດບ້ານເອົາຊະນະ ສິງໂຕນ້ຳເງິນຄາມ ຫຍັບຂຶ້ນຈ່າຝູງອີກຄັ້ງ
May 3, 2023 - 9:07 AM


ການແຂ່ງຂັນພຣີເມຍລີກ ອັງກິດ, ລອນດອນດາບີແມັດ ເມື່ອວັນອັງຄານທີ່ຜ່ານມາ ອາເຊນອລ ກັບມາມີຟອມດີອີກຄັ້ງ ຫລັງເປີດບ້ານທີ່ສະໜາມ ເອມິເຣດ ສະເຕດ້ຽມ ເອົາຊະນະ ເຊວຊີ 3-1 ແບບສະບາຍໆ ເກັບ 3 ຄະແນນເຕັມ ພ້ອມຫຍັບແຊງ ແມນເຊັສເຕີ ຊິຕີ້ ຂຶ້ນມາເປັນທີມນໍາອີກຄັ້ງ ແຕ່ແຂ່ງຫລາຍກວ່າ 2 ນັດ.
ໃນເກມນີ້ທີ່ ອາເຊນອລ ກັບມາຄວ້າໄຊຊະນະໃນລີກເປັນເກມທໍາອິດໃນຮອບ 5 ນັດ ທີ່ຍິງຂຶ້ນນໍາໄປກ່ອນ 3-0 ຈາກ ມາຕິນ ໂອເດກາດ ທີ່ເໝົາຄົນດຽວສອງປະຕູ ໃນນາທີ 18 ແລະ 31 ແລະ ກາບຣຽວ ເຊຊຸສ ໃນນາທີ 34, ຂະນະທີ່ ທີມຢາມ ຕີໄຂ່ແຕກໄລ່ມາເປັນ 1-3 ຈາກ ໂນນີ ມາດູເຄ ໃນນາທີ 65.
ຈາກໄຊຊະນະດັ່ງກ່າວເຮັດໃຫ້ “ປືນໃຫຍ່” ມີ 78 ຄະແນນຈາກການລົງສະໜາມ 34 ນັດ ນຳເປັນອັນດັບໜຶ່ງ, ຂະນະທີ່ “ສິງໂຕນ້ຳເງິນ” ທີ່ເສຍ 6 ນັດຕິດຕໍ່ກັນ ພາຍໃຕ້ການຄຸມທັບຂອງ ແຟຣັງ ແລມພາດ ມີ 39 ຄະແນນຈາກ 33 ນັດຢູ່ອັນດັບທີ 12.