ທະນາຄານການຄ້າຕ່າງປະເທດມະຫາຊົນ ແລະ ບໍລິສັດເອິນແອັນຢັງລາວຈຳກັດ ຕົກລົງຮ່ວມດຳເນີນໂຄງການໃຫ້ການປຶກສາຫາລືສິນເຊື່ອ


ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ຮ່ວມກັບບໍລິສັດ ເອີນ ແອນ ຢັງ ລາວ ຈຳກັດ ໄດ້ຕົກລົງຮ່ວມກັນດຳເນີນໂຄງການການໃຫ້ບໍລິການທີ່ປຶກສາເພື່ອປັບປຸງຂັ້ນຕອນການອະນຸມັດສິນເຊື່ອໄປສູ່ຄວາມທັນສະໄໝໂດຍນຳໃຊ້ລະບົບ LOS ແລະ ສ້າງລະບົບຈັດອັນດັບສິນເຊື່ອ” ເຊິ່ງພິທີລົງນາມຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນໃນວັນທີ 11 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ພິທີເຊັນສັນຍາຄັ້ງນີ້ ຕາງໜ້າ ທຄຕລ ໂດຍແມ່ນທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍໃຫຍ່ ທຄຕລ ແລະທ່ານ ນາງ ເຢືອງ ຫງວຽນ ຜູ້ບໍລິຫານບໍລິສັດ ເອີນ ແອນ ຢັງ ລາວ ຈຳກັດ ເພື່ອຮ່ວມກັນປັບປຸງຂັ້ນຕອນການອະນຸມັດສິນເຊື່ອໃຫ້ທັນສະ ໄໝໂດຍນຳໃຊ້ລະບົບ LOS (Loan Origination System) ແລະ ສ້າງລະບົບຈັດອັນດັບສິນເຊື່ອ (Credit Rating System) ໂດຍຈະດໍາເນີນເປັນເວລາ 18 ເດືອນ, ເຊິ່ງໂຄງການນີ້ຈະຕ້ອງໄດ້ປະຕິບັດຮ່ວມ ກັນໃນການ ດຳເນີນການປະເມີນຄວາມພ້ອມ, ທົບທວນຄືນສະຖານະປະຈຸບັນຂອງ ທຄຕລ, ລະບຸຊ່ອງວ່າງທີ່ຈະຕ້ອງປັບປຸງເພື່ອນຳໃຊ້ລະບົບ LOS ແລະລະບົບ Credit Rating, ແນະນຳເພື່ອຍົກລະດັບຂັ້ນຕອນການປ່ອຍສິນເຊື່ອໃຫ້ສອດຄ່ອງ ກັບການປະຕິບັດ ຂອງບັນດາທະນາຄານຊັ້ນນຳໃນທົ່ວໂລກ, ໂດຍບໍລິສັດ ເອີນ ແອນ ຢັງ ລາວ ຈໍາກັດ ຈະແນະນຳບັນດາຜູ້ສະໜອງ ລະບົບໂປຣແກຣມ LOS ໃຫ້ ທຄຕລ ຄັດເລືອກ ແລະແນະນຳສ້າງລະບົບ Credit Rating ເພື່ອໃຫ້ລະບົບມີ ຄວາມຄົບຖ້ວນສົມບູນທີ່ສຸດ.
ຜູ້ອຳນວຍການໃຫຍ່ ທຄຕລ ໄດ້ກ່າວວ່າ: ທຄຕລ ມີການປັບປຸງຂັ້ນຕອນການອະນຸມັດສິນເຊື່ອໄປສູ່ຄວາມ ທັນສະໄໝໂດຍນຳໃຊ້ລະບົບ LOS ເຂົ້າມາຊ່ວຍ ແລະສ້າງລະບົບຈັດອັນດັບສິນເຊື່ອ ຈະນຳເອົາຈຸດດີຫຼາຍຢ່າງມາສູ່ທະນາຄານ ໂດຍແນໃສ່ເພື່ອຍົກລະດັບຂັ້ນຕອນການເຮັດວຽກຂອງວຽກງານສິນເຊື່ອ ເຊິ່ງຖືໄດ້ວ່າເປັນຫົວໃຈ ຫຼັກໃນການດຳເນີນທຸລະກິດທະນາ ຄານ ຈະດຳເນີນໄປບົນພື້ນຖານການຄຳນຶງເຖິງຜົນປະໂຫຍດຫຼັກໃນວຽກງ ານສິນເຊື່ອຂອງທະນາຄານ 3 ກ່ວາ ຄື: ໄວກວ່າ ແມ່ນສາມາດອະນຸມັດສິນເຊື່ອໄດ້ຢ່າງວ່ອງໄວ ເພາະໄດ້ນໍາໃຊ້ ລະບົບການອະນຸມັດສິນເຊື່ອທີ່ທັນສະໄໝເຂົ້າມາຊ່ວຍໃນຂັ້ນຕອນການອະນຸມັດສິນເຊື່ອ, ຫຼຸດຜ່ອນຂັ້ນຕອນ ການເຮັດວຽກໃຫ້ສັ້ນລົງ; ຖືກກວ່າ ແມ່ນຫຼຸດຜ່ອນຕົ້ນທຶນຂອງທະນາຄານໃນການນຳໃຊ້ບຸກຄະລາກອນ ແລະເອກະສານຫຼາຍເກີນຄວາມຈຳເປັນ ດ້ວຍການໝູນໃຊ້ລະບົບເຂົ້າມາຊ່ວຍໃນການຂັ້ນຕອນການອະນຸມັດສິນເຊື່ອຫຼາຍຂຶ້ນ ແລະດີກວ່າ ແມ່ນສາມາດອະນຸມັດສິນເຊື່ອໄດ້ຢ່າງມີຄຸນະພາບ, ຫຼຸດຜ່ອນຄວາມຜິດພາດໃນຂັ້ນຕອນການພິ ຈາລະນາອະນຸມັດສິນເຊື່ອ, ສາມາດຄຸ້ມຄອງບັນດາຄວາມສ່ຽງຕ່ງໆໃນວຽກງານສິນເຊື່ອໄດ້ຢ່າງມີປະສິດທິພາບ ແລະໃກ້ຄຽງກັບມາດຕະຖານສາກົນ.