ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ

ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ - 000 33E93QC - ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ
ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ - kitchen vibe - ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ

ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ - 000 33E93QC - ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ

ລູກາ ເບຣເຊລ ໂຄ່ນມືດັງຢ່າງ ມາກ ເຊລບີ ຄວ້າແຊ໊ມໂລກ ເວີນ ສະນຸກເກີ ແຊ໊ມປຽນຊິບ ຄັ້ງທຳອິດໃນອາຊີບ ໂດຍນັບເປັນຄົນທີ 4 ທີ່ບໍ່ແມ່ນຊາວອັງກິດ.

ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ - Visit Laos Visit SALANA BOUTIQUE HOTEL - ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ

ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ ເວີນ ສະນຸກເກີ ແຊ໊ມປຽນລີກ ທີ່ຄຣູຊິເບິລ ເທຍເຕີ ເມືອງເຊຟຟິລ ຂອງອັງກິດ ເມື່ອວັນທີ 1 ພຶດສະພາ ເປັນເກມຊີງຊະນະເລີດ ແຂ່ງຂັນລະບົບ 18 ໃນ 35 ເຟຣມ ວັນນີ້ເປັນການການແຂ່ງຂັນຄິວ 2 ເຊສຊັນສຸດທ້າຍ.

ເກມຊີງຊະນເລີດປີນີ້ ລູກາ ເບຣເຊລ ມື 9 ຂອງໂລກຈາກເບລຢຽມ ຜ່ານເຂົ້າມາເຖິງຈຸດນີ້ເປັນຄັ້ງທຳອິດໃນອາຊີບ ພົບກັບ ມາກ ເຊລບີ ມື 2 ຂອງໂລກຈາກອັງກິດ ເຊິ່ງເປັນອະດີດແຊ໊ມລາຍການນີ້ 4 ສະໄຫມ ໂດຍໃນມື້ທຳອິດ 31 ເມສາ ແຂ່ງໄປ 2 ເຊສຊັນ ເບຣເຊລ ນຳ 9-8 ເຟຣມ.

ສ່ວນໃນມື້ນີ້ເລີ່ມດ້ວຍເຊສຊັນທີ 3 ເບຣເຊລ ອອກຕົວດີກວ່ານຳຫ່າງໄປອີກ 15-10 ເຂົ້າສູ່ເຊສຊັນທີ 4 ເບຣເຊລ ໄດ້ເຟຣມເພີ່ມນຳຫ່າງ 16-10 ແຕ່ ເຊລບີ ສະແດງຟອມເກ່ັງກວາດໄປ 5 ເຟຣມລວດ ເບຣເຊລ ຈຶ່ງເຫລືອນຳພຽງ 16-15.

ແນວໃດກໍຕາມ ຫລັງຈາກນັ້ນ ເບຣເຊລ ກັບມາເຂົ້າຟອມອີກຄັ້ງຫນຶ່ງ ບວກກັບ ເຊລບີ ກໍເລີ່ມອອກອາການຫລຸດ ເຮັດໃຫ້ເບຣເຊລ ກວາດເພີ່ມອີກ 2 ເຟຣມ ຈົນເປັນຝ່າຍຊະນະໄປ 18-15 ເຟຣມ ຄວ້າແຊ໊ມໂລກໄປຄອງຄັ້ງທຳອິດໃນອາຊີບດ້ວຍອາຍຸ 28 ປີ.

ເບຣເຊລ ເປັນນັກສະນຸກເກີຄິວຄົນທີ 4 ໃນປະຫວັດສາດ ທີ່ບໍ່ໄດ້ມາຈາກຊາດໃນອັງກິດແລ້ວ ຄວ້າແຊ໊ມໂລກ ນອກຈາກນີ້ ລາວຍັງໄດ້ລາງວັນໃນຖານະແຊ໊ມໂປອີກ 500,000 ປອນ ສ່ວນ ເຊລບີ ໄດ້ລາງວັນໃນຖານະຮອງແຊ໊ມ 200,000 ປອນ.

ສຳລັບ ເຊລບີ ຍັງໄດ້ເງິນລາງວັນຜູ້ເຮັດເຊນຈີຣີເບຣກສູງສຸດ 7,500 ປອນ ແລະ ເງິນລາງວັນພິເສດຜູ້ທຳແມັກຊິມຳເບຣກພອຍ 147 ຄະແນນ 20,000 ປອນ ລວມເປັນ 27,500 ປອນ ໂດຍ ເຊລບີ ຕ້ອງແບ່ງເງິນລາງວັນຄົນລະເຄິ່ງກັບ ຄີເຣນ ວິລສັນ ນັກສະນຸກເກີອັງກິດ ທີ່ເຮັດແມັກຊິມຳເບຣກພອຍໄດ້ເຊັ່ນດຽວກັນ.

ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ - 3 - ລູກາ ເບຣເຊລ ໂຄ່ນ ມາກ ເຊລບີ ຄວ້າແຊ໊ມເວີນ ສະນຸກເກີ ແຊ໊ມປຽນຊິບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!