ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້

ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້ - 01gzazesm7c1t2aes2nv - ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້
ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້ - kitchen vibe - ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້

ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້ - 01gzazesm7c1t2aes2nv - ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້

ມິເກລ ອາເຕຕ້າ ຜູ້ຈັດການທີມຊາວສະເປນ ຂອງ ອາເຊນອລ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ພວມເບິ່ງເຖິງຄວາມເປັນໄປໄດ້ໃນການຍື່ນຂໍ້ສະເໜີຄວ້າຕົວ ມາກ ເກຮີ ກອງຫລັງທີມຊາດອັງກິດຂອງ ຄຣິສຕັລ ພາເລດ ທີມຮ່ວມນະຄອນຫລວງລອນດອນ ໄປເສີມກອງຫລັງໃນໄລຍະລະດູການນີ້.

ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້ - Visit Laos Visit SALANA BOUTIQUE HOTEL - ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້

ຫລັງຈາກແຈ້ງເກີດກັບ ເຊລຊີ ໄດ້ບໍ່ສຳເລັດ ກອງຫລັງອາຍຸ 22 ປີ ກໍຕັດສິນໃຈຍ້າຍມາຫລິ້ນກັບ ພາເລດ ໃນປີ 2021 ແລະ ກໍກາຍເປັນຫົວໃຈສຳຄັນໃນກອງຫລັງຂອງທີມທັນທີ ລວມເຖິງກ້າວໄປມີຊື່ຕິດທີມຊາດອັງກິດຊຸດໃຫຍ່ 3​ ເກມນຳອີກ.

The Sun ສື່ໃນອັງກິດລາຍງານວ່າ ອາເຕຕ້າ ພວມເບິ່ງຫາກອງຫລັງຕົວກາງອາຍຸໜ້ອຍຄຸນນະພາບສູງເຂົ້າມາຮ່ວມທີມ ແລະ ຜົນງານຂອງ ເກຮີ ກັບ ພາເລດ ຕະຫລອດ 2 ປີຜ່ານມານັ້ນ ກໍເຮັດໃຫ້ ອາເຕຕ້າ ປະທັບໃຈເປັນຢ່າງຫລາຍ.

ປັດຈຸບັນ ອາເຊນອລ ມີພຽງ ກາບຣຽລ ມາກັລເຢສ ກັບ ວິລລຽມ ຊາລິບາ ເປັນ 2 ກອງຫລັງທີ່ໄວ້ໃຈໄດ້ ສ່ວນ ເບນ ໄວ ແລະ ທາເຄຮິໂຣະ ທິມິຢາສຸ ກໍຖືກປັບໄປຢືນເປັນປີກແລ້ວ ເຊິ່ງ ອາເຕຕ້າ ເບິ່ງວ່າ ເກຮີ ຈະເຂົ້າມາເປັນສ່ວນຕື່ມເຕັມຂອງທີມໃນປີໜ້າໄດ້.

ເກຮີ ຍັງມີສັນຍາກັບ ພາເລດ ຈົນເຖິງປີ 2026 ແລະ ມີຄ່າຕົວປະມານ 35 ລ້ານປອນ.

ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້ - 4 - ອາເຊນອລ ສົນໃຈຄວ້າກອງຫລັງ ຄຣິສຕັລ ພາເລສ ໄລຍະລະດູການນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!