ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ

- kitchen vibe - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ

- Untitled 1 6 244x300 - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ​     ເມື່ອເຫດການໜຶ່ງໆ ບໍ່ວ່າຈະເປັນເລື່ອງພາຍໃນປະເທດ, ພາກພື້ນ ຫລື ສາກົນທີ່ເກີດຂຶ້ນ ແລະ ຜ່ານພົ້ນໄປ ດົນແລ້ວ, ແຕ່ຄົນໃນສັງຄົມພັດຍັງຈື່ບໍ່ລືມ ແລະ ເວົ້າຮອດບໍ່ເຫືອດສົບເຫືອດປາກ ພວກເຮົາມັກເອີ້ນປາກົດ ການດັ່ງກ່າວ່າ “ຄວັນຫລົງ” ຈາກເຫດການທີ່ຍັງປິວວ່ອນຮ່ອນຕົວໄປຕາມຈອກແຈກຕ່າງໆ. ຕົວຢ່າງເລື່ອງຊີ ເກມ ຫລື ວຽງຈັນເກມຢູ່ນະຄອນຫລວງວຽງຈັນ ໃນປີ 2009 ຕໍ່ໃສ່ກອງປະຊຸມອາເຊັບ (ASEP) ອາເຊັມ (ASEM) ກໍຄືກອງປະຊຸມສຸດຍອດອາຊຽນ. ຮອດມື້ນີ້ ຄົນລາວເຮົາຍັງຈື່ບໍ່ລືມມັນເປັນຄວັນຫລົງ-ກິ່ນເຫລືອ (ສ່ວນຄຳວ່າ “ກິ່ນເຫລືອ” ນີ້ ຈານແຫຍ່ແຕ່ງຕື່ມໃສ່ເອງ) ທີ່ແກ່ຍາວສາວຍືດທີ່ສຸດ. ສຳລັບໃນທ້ອງເດືອນມີນາປີນີ້ ຖ້າຖາມວ່າ ມີເຫດການໃດທີ່ກາຍເປັນຄວາມຊົງຈຳທີ່ແນບແໜ້ນໃນດວງໃຈຂອງຄົນລາວ-ສັງຄົມລາວ ? ຄຳຕອບແບບ ແກວ່ງຄ້ອນບໍ່ໃຫ້ກາຍໝາກມ່ວງກໍແມ່ນເລື່ອງການປະມູນຂາຍລົດຫລູລາຄາແພງຈຸເມກ (ສຳລັບປະເທດທີ່ຍັງ ທຸກຄືລາວເຮົານີ້) ຂອງການນຳ ເພື່ອເອົາເງິນໄປໃຊ້ສຳລັບສາທາລະນະປະໂຫຍດ ຫລື ເອົາໄປຊື້ລົດລະດັບເຕັກນິກ  ມາດຕະຖານໄດ້ 3 ຄັນຈາກລາຄາລົດຫລູພຽງຄັນດຽວ. ຂ່າວນີ້ຢ່າວ່າແຕ່ໂດ່ງດັງພາຍໃນປະເທດເທົ່ານັ້ນເທາະ, ຢູ່ຫລາຍປະເທດມັນໄດ້ກາຍເປັນຂ່າວໜ້າ 1, ບໍ່ເຊື່ອລອງກວດເບິ່ງຂ່າວເດັ່ນໆຂອງຄວາມມີນ້ຳໃຈຄວາມເສຍສະ ລະ ໂດຍສະເພາະຈາກການນຳຂອງປະເທດແບບນີ້ບໍ່ຄ່ອຍຈະມີຂຶ້ນງ່າຍປານໃດ, ສ່ວນຫລາຍມັກຈະເປັນຂ່າວປະ ມຸກລັດ-ຫົວໜ້າລັດຖະບານຂອງບາງປະເທດຖືກຕັດສິນລົງໂທດໃນຄະດີສໍ້ລາດບັງຫລວງ, ສໍ້ໂກງ, ຫລິ້ນພັກຖືກ ພວກ ແລະ ອື່ນໆ. ຂ່າວແບບນີ້ຈູດຖິ້ມ 5 ມື້ກໍບໍ່ໝົດ. ຜ່ານມາຈານແຫຍ່ເຄີຍຊື່ນຊົມກັບຂ່າວສະມາຊິກສະພາປະ ເທດເນປານພາກັນສະລະເງິນເດືອນ 1 ເດືອນ ເພື່ອຊ່ວຍຜູ້ປະສົບໄພແຜ່ນດິນໄຫວເມື່ອສອງປີກ່ອນໜ້ານີ້, ຈື່ບໍ່ ລືມເລື່ອງປະທານາທິບໍດີຍິງຂອງປະເທດໜຶ່ງໃນອາຟຣິກາຕັດສິນໃຈຂາຍເຮືອບິນ 14 ບ່ອນນັ່ງປະຈຳຕຳແໜ່ງ ເພື່ອເອົາເງິນໄປຊ່ວຍຄົນທຸກ, ຊົມເຊີຍຜູ້ນຳບາງທ່ານໃນອາຊຽນບໍ່ຍອມຂີ່ຍົນພິເສດເວລາໄປວຽກລັດຖະການ, ຖ້າ ເປັນວຽກສ່ວນຕົວກໍຈົກຖົງເອງ ແລະ ເລືອກຂີ່ຊັ້ນທຳມະດາ. ຜູ້ນຳຂອງພວກເຮົາບໍ່ວ່າຈະເປັນລຸ້ນໃດກໍຕາມຕ່າງ ກໍໄດ້ພົ່ນຄຳສັ່ງສອນທີ່ກາຍເປັນອຳມະຕະວາຈາ (ຄຳເວົ້າທີ່ຕາຍບໍ່ເປັນ) ວ່າ “ຕ້ອງອົບຮົມສັ່ງສອນຄົນດ້ວຍການ ເປັນແບບຢ່າງ ຫລື ຕົວແບບ”. ແຕ່ລັດຖະບານລາວຂອງເຮົາຊຸດນີ້ພັດເພີ່ມຄວາມເຂັ້ມຂຶ້ນຕື່ມ ດ້ວຍການ “ເປັນ ແບບຢ່າງຂອງຜູ້ນຳ” ກ່ອນ. ຈານແຫຍ່ວ່າ ໃນທ້າຍປີນີ້, ຖ້າມີການໂຫວດ (Vote- ລົງຄະແນນ-ໃຫ້ຄະແນນ) ບັນ ດາຜູ້ນຳໃນລັດຖະບານຂອງພວກເຮົາ, ທ່ານນາຍົກ ທອງລຸນ ສີສຸລິດ ຄົງຈະໄດ້ກາຍເປັນ “Man of the Year !” ຫລື “ບຸກຄົນແຫ່ງປີ” ແນ່ນອນ, ໃນນັ້ນມີ 1 ຄະແນນຈາກຈານແຫຍ່. ສືບຕໍ່ນ້ຳໃຈເສຍສະລະ, ການເຫັນປະ ໂຫຍດສ່ວນລວມ, ສັງຄົມພວກເຮົາຍັງຕ້ອງການຢາກເຫັນການໃຊ້ຊີວິດແບບທຳມະດາທຳມະດາຂອງການນຳ ທຸກຂັ້ນ, ເຖິງວ່າການນຳບາງທ່ານອາດມີເງື່ອນໄຂຊື້ລົດຫລູລາຄາແພງກວ່າລົດປະຈຳຕຳແໜ່ງກໍຕາມ. ຈານແຫຍ່ ມີເລື່ອງຕະຫລົກຂຽນໂດຍ ນັກປະພັນໃຫຍ່ ກຸດສະວານຊິງ (ອິນເດຍ) ທີ່ເວົ້າເລື່ອງນັກທຸລະກິດພະຍາຍາມຊື້ຈ້າງ ພະນັກງານລັດຄົນໜຶ່ງ ດ້ວຍການມອບລົດຫລູໃຫ້ລ້າ ແຕ່ຖືກພະນັກງານຄົນນັ້ນເຂກໜ້າ ໂດຍບອກວ່າ “ເຮົາ ເປັນພະນັກງານຊື່ສັດບໍລິສຸດ, ບໍ່ກິນສິນບົນເດັດຂາດ” ແຕ່ແລ້ວ ນັກທຸລະກິດໄດ້ປ່ຽນຍຸດທະສາດ ໂດຍບອກວ່າ ຈະບໍ່ມອບລົດໃຫ້ລ້າໆ ແຕ່ຈະຂາຍໃຫ້ໃນລາຄາ 5 ຣູປີ (ປະມານ 50 ຣູປີ ຕໍ່ 1 ໂດລາ) ສຳລັບລົດຫລູໜຶ່ງຄັນ. ພໍໄດ້ ຍິນແນວນັ້ນ, ຕາຂອງພະນັກງານກໍຕີ່ອອກພຶ້ງວຶ້ງແລ້ວເວົ້າຂຶ້ນວ່າ “ຖ້າຊັ້ນຂ້ອຍຂໍຊື້ສອງຄັນ” ອັນນີ້ເປັນເລື່ອງຕະ ຫລົກຊື່ໆ, ສິ່ງທີ່ຄົນລາວຈະຈື່ໄປອີກນານເທົ່ານານນັ້ນຍັງແມ່ນເລື່ອງການປະມູນຂາຍລົດການນຳຫັ້ນລະ !.

- 4 - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ
- 3 - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ
- 5 - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ
- Visit Laos Visit SALANA BOUTIQUE HOTEL - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ
- Visit Laos Visit SALANA BOUTIQUE HOTEL - ແບບຢ່າງທີ່ບໍ່ຈາງຫາຍຈາກຄວາມຊົງຈຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!