ກຳປັ່ນໂດຍສານຂວໍ້າຢູ່ທະເລອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ກວ່າຄົນ
April 29, 2023 - 8:44 AM


ຕາມຂ່າວຈາກ ເປກັນບາຣູ, ວັນທີ 28 ເມສາ 2023 ຜ່ານມາ, ເຈົ້າໜ້າທີ່ ທາງການຂອງ ອິນໂດເນເຊຍ ຖະແຫລງ ກ່ຽວກັບ ກຳປັ່ນ ໂດຍສານຂວໍ້າ ໃນພື້ນທີ່ ຕາເວັນຕົກ ຂອງປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ 11 ຄົນ ຈາກຈຳນວນ ຜູ້ໂດຍສານ ທັງໝົດ 78 ຄົນ ແລະ ສາມາດຊ່ວຍຊີວິດຂຶ້ນມາໄດ້ແລ້ວ 58 ຄົນ, ຫລັງຈາກ ກຳປັ່ນລຳນີ້ ພວມມຸ່ງໜ້າໄປ ເມືອງຕັນຈຸງປີນັງ ບໍລິເວນ ໝູ່ເຄາະ ຣິຍາ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງຄົ້ນຫາ ຜູ້ສູນຫາຍຢ່າງຮີບດ່ວນ ແລະ ສືບສວນສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້.