ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017

ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017 - Untitled 5 - ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017
ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017 - kitchen vibe - ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017

ສານອີຣານມີຄໍາສັ່ງໃຫ້ລັດຖະບານອາເມລິກາ ລວມທັງອະດີດປະທານາທິບໍດີ ບາຣັກ ໂອບາມາ, ອະດີດປະທານາທິບໍດີ ຈ໋ອດ ດັບເບິລຢູ ບຸສ ລວມທັງເຈົ້າໜ້າທີ່ລະດັບສູງຂອງທາງການອາເມລິກາ ຕ້ອງຈ່າຍເງິນທົດແທນກໍລະນີຖືກກຸ່ມກໍ່ການຮ້າຍ ISIS ໂຈມຕີໃນປີ 2017 ຫລັງໄດ້ຮັບຄໍາຮ້ອງຈາກຄອບຄົວຜູ້ເສຍຊີວິດຈາກເຫດການໃນຄັ້ງນັ້ນ ໃນວັນທີ 26 ເມສາຜ່ານມາ.

ໂດຍໃຫ້ເຫດຜົນວ່າ: ອາເມລິກາເປັນຕົ້ນເຫດຂອງການໂຈມຕີດັ່ງກ່າວ ລວມທັງເບິ່ງວ່າໜ່ວຍງານໃນສັງກັດຂອງອາເມລິກາມີສ່ວນກ່ຽວຂ້ອງ ແລະ ມີບົດບາດສໍາຄັນໃນການຊຸກຍູ້ ຫລື ສົ່ງເສີມການເກີດຂຶ້ນຂອງກຸ່ມກໍ່ການຮ້າຍ ຄືກຸ່ມ ISIS ຫລື ກຸ່ມ ISIL.

ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017 - Visit Laos Visit SALANA BOUTIQUE HOTEL - ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017

ຈາກເຫດໂຈມຕີໃນຄັ້ງນັ້ນ ເຮັດໃຫ້ອາຄານລັດຖະສະພາອີຣານໃນນະຄອນຫລວງເຕຮາລານ ລວມທັງສຸສານຂອງບຸກຄົນສໍາຄັນ ຄືທ່ານ ອາຍະຕຸລລໍ ໂຄໄມນີ ອະດີດຜູ້ນໍາສູງສຸດຂອງອີຣານ ເປ່ເພເສຍຫາຍ ມີຜູ້ເສຍຊີວິດໃນມື້ນັ້ນທັງໝົດ 17 ຄົນ ແລະ ໄດ້ຮັບບາດເຈັບອີກຈໍານວນໜຶ່ງ.

ສານອີຣານຕັດສິນໃຫ້ລັດຖະບານ, ອະດີດຜູ້ນໍາ ແລະ ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ຈ່າຍເງິນທົດແທນຄ່າເສຍຫາຍທາງການເງິນຈໍານວນ 9,95 ລ້ານໂດລາສະຫະລັດ, ຄ່າເສຍຫາຍທາງສິນລະທໍາຈຳນວນ 104 ລ້ານໂດລາສະຫະລັດ ແລະ ຄ່າທົດແທນການກະທໍາຄວາມຜິດອີກ 199 ລ້ານໂດລາສະຫະລັດ ໂດຍລວມເປັນເງິນທົດແທນທັງໝົດ 313 ລ້ານໂດລາສະຫະລັດ.

ເບື້ອງຕົ້ນ ທາງການອາເມລິກາເຊື່ອວ່າ: ບໍ່ມີໜ່ວຍງານ ຫລື ບຸກຄົນໃດທີ່ຢູ່ໃນລາຍຊື່ຜູ້ທີ່ກ່ຽວຂ້ອງຕາມຄໍາຕັດສິນຂອງສານເປັນຜູ້ຖືຄອງຊັບສິນໃດໆທີ່ຢູ່ພາຍໃຕ້ການຄວບຄຸມຂອງທາງການອີຣານທີ່ຈະສາມາດຢຶດ ຫລື ອາຢັດໄດ້. ອີກທັງສານອີຣານບໍ່ໄດ້ລະບຸໃນຄໍາສັ່ງວ່າ: ການທົດແທນນັ້ນຈະຕ້ອງດໍາເນີນແນວໃດ.

ອ້າງອີງ:

https://www.aljazeera.com/…/iran-court-orders-us-obama…

https://apa.az/…/tehran-law-court-issued-decision-that…

ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017 - 4 - ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!