ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ

ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ -                                                         e1682570528283 - ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ
ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ - kitchen vibe - ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ

ສຳນັກຂ່າວ The STANDARD ລາຍງານໃນວັນທີ 24 ເມສາ 2023 ຜ່ານມາ: ໂຄສົກກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການຂອງປະເທດຍີ່ປຸ່ນ ປະກາດວ່າຄະນະກົມການຢາ ຂອງກະຊວງ ມີຄຳສັ່ງການອະນຸມັດໃຫ້ແມ່ຍິງສາມາດນໍາໃຊ້ຢາ Mefeego Pack, ເຊິ່ງເປັນຢາຂັບໄລ່ເລືອດ ເພື່ອຢຸດຕິການຖືພາ ທີ່ຜະລິດໂດຍບໍລິສັດຢາຈາກອັງກິດ Linepharma.

ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງກະຊວງສາທາລະນະສຸກໄດ້ປະຊຸມກັນເພື່ອທົບທວນກ່ຽວກັບການນຳໃຊ້ ແລະ ຂໍ້ຄວນລະວັງໃນການນຳໃຊ້ຢາຂັບໄລ່ເລືອດ ດັ່ງກ່າວ, ກ່ອນທີ່ຈະເຮັດການສອບຖາມຄວາມຄິດເຫັນຂອງປະຊາກອນກວ່າ 12.000 ຄົນ ຜ່ານທາງອອນລາຍ, ໂດຍຫລັງຈາກນີ້ຈະມີການຍື່ນເລື່ອງດັ່ງກ່າວຂຶ້ນໄປຫາລັດຖະມົນຕີກະຊວງສາທາລະນະສຸກ ເພື່ອອະນຸມັດໃນການໃຊ້ໃນຂັ້ນຕອນສຸດທ້າຍ.

ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ - Visit Laos Visit SALANA BOUTIQUE HOTEL - ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ

Mefeego Pack ປະກອບດ້ວຍຢາເມັດ 2 ຊະນິດ ສາມາດໃຊ້ເພື່ອຢຸດຕິການຖືພາໄດ້ໃນໄລຍະເວລາບໍ່ກາຍ 9 ອາທິດທຳອິດ. ໂດຍໃນການທົດລອງໃນຄລີນິກຂອງຍີ່ປຸ່ນພົບວ່າ 93% ຂອງແມ່ຍິງທີ່ໃຊ້ຢາດັ່ງກ່າວເພື່ອຢຸດຕິການຖືພາ ແມ່ນສາມາດຢຸດຕິການຖືພາໄດ້ ພາຍໃນ 24 ຊົ່ວໂມງ. ຂະນະທີ່ອົງການອະນາໄມໂລກ WHO ຢືນຢັນວ່າ ຕົວຢາມີປະສິດທິພາບ ແລະ ຄວາມປອດໄພ ໃນການຢຸດຕິການຖືພາຂອງແມ່ຍິງ.

ກົດໝາຍຢຸດຕິການຖືພາຂອງຍີ່ປຸ່ນນັ້ນ ລະບຸໄວ້ວ່າ: ແມ່ຍິງທີ່ຈະສາມາດຢຸດຕິການຖືພາໄດ້ນັ້ນ ກໍຕໍ່ເມື່ອການຖືພານັ້ນສົ່ງຜົນກະທົບຕໍ່ຜູ້ເປັນແມ່ຢ່າງຮຸນແຮງ ບໍ່ວ່າຈະເປັນດ້ານສຸຂະພາບ ແລະ ເສດຖະກິດ. ນອກນີ້ ຍັງຈະຕ້ອງໄດ້ຮັບຄວາມຍອມຮັບຈາກຜູ້ເປັນພໍ່ ຫລື ສາມີນຳອີກ.

ອ້າງອີງຈາກ: https://thestandard.co/japan-allows-women-use-drug-abort-pregnancy/

 

 

ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ - 5 - ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!