ທ່ານ ໄບເດນ ແລະ ທ່ານ ຢຸນຊອກຢໍ ບັນລຸຂໍ້ຕົກລົງໃໝ່ ສ.ເກົາຫລີ ຈະບໍ່ຕິດຕັ້ງ ແລະ ພັດທະນາອາວຸດນິວເຄຼຍ


ວັນທີ 26 ເມສາ, ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ແລະ ທ່ານ ຢຸນຊອກຢໍ ປະທານາທິບໍດີ ສ.ເກົາຫລີ ບັນລຸຂໍ້ຕົກລົງໃໝ່ຮ່ວມກັນວ່າ: ສ.ເກົາຫລີ ຈະບໍ່ຕິດຕັ້ງ ແລະ ພັດທະນາອາວຸດນິວເຄຼຍ ແລກກັບແຜນຮັບມືຕໍ່ສະຖານະການຕ່າງໆທີ່ອາເມລິການໍາສະເໜີໄວ້ ເພື່ອຮັບມືການໂຈມຕີ ແລະ ການທົດລອງອາວຸດຂອງ ສປປ ເກົາຫລີ.
ການບັນລຸຂໍ້ຕົກລົງໃໝ່ນີ້ມີຂຶ້ນໃນຂະນະທີ່ທ່ານ ຢຸນຊອກຢໍ ພ້ອມພັນລະຍາ ເດີນທາງຢ້ຽມຢາມນະຄອນຫລວງວໍຊິງຕັນ ຂອງອາເມລິກາ ຢ່າງເປັນທາງການ ເພື່ອຮັດແໜ້ນການພົວພັນຂອງທັງສອງປະເທດ ແລະ ຮ່ວມສະເຫລີມສະຫລອງຄົບຮອບ 70 ປີ ການພົວພັນລະດັບທະວີພາຄີ ລະຫວ່າງອາເມລິກາ ແລະ ສ.ເກົາຫລີ.
ທາງການອາເມລິກາເປີດເຜີຍວ່າ: ຂໍ້ຕົກລົງດັ່ງກ່າວເປັນສ່ວນໜຶ່ງຂອງ “ຖະແຫລງການວໍຊິງຕັນ” (Washington Declaration) ເຊິ່ງຈະມີສ່ວນສໍາຄັນໃນການຊ່ວຍສົ່ງເສີມວຽກດ້ານໜ່ວຍຂ່າວ ແລະ ຂໍ້ມູນທາງເລິກໃຫ້ທາງການ ສ.ເກົາຫລີ. ພ້ອມທັງເພີ່ມຊ່ອງທາງໃນການຕິດຕໍ່ສື່ສານລະຫວ່າງກັນຜ່ານໜ່ວຍງານ U.S.-Republic of Korea Nuclear Consultative Group (NCG) ທີ່ຈະມີບົດບາດສໍາຄັນໃນການປະຊຸມຫາລືລະຫວ່າງກັນ ຖ້າເກີດເຫດການສຸກເສີນກ່ຽວກັບອາວຸດນິວເຄຼຍຂຶ້ນຢູ່ແຫລມເກົາຫລີໃນອະນາຄົດ.
ອ້າງອີງ:
https://www.bbc.com/news/world-us-canada-65404805