ນັກວິທະຍາສາດ ຄິດຄົ້ນແບັດເຕີຣີ Lithium-ion ນໍ້າໃຫມ່່ ປອດໄພ ແລະ ເກັບໄຟໄດ້ດົນຂຶ້ນ


ແບັດເຕີຣີ Lithium-ion ທີ່ນິຍົມໃຊ້ກັນຢ່າງກວ້າງຂວາງໃນໂທລະສັບມືຖື, ຄອມພິວເຕີ ໂນ້ດບຸກ ບໍ່ປອດໄພ ກໍເພາະວ່າພາຍໃນຂອງມັນມີສ່ວນປະກອບຈາກ Lithium ສານເຄມີທີ່ໄວຕໍ່ປະຕິກິລິຍາສູງ ອາດເຮັດໃຫ້ເກີດອາການໄຟໄໝ້ ຕາມຂ່າວທີ່ເຫັນກັນໃນປັດຈຸບັນ ແຕ່ເມື່ອບໍ່ດົນມານີ້ ນັກວິທະຍາສາດ ໄດ້ຄິດຄົ້ນ ແບັດເຕີຣີ Water-based ແບບໃຫມ່ທີ່ໃຊ້ຂອງແຫຼວຊະນິດພິເສດ ໃນການຮັບສົ່ງບັນຈຸໄຟຟ້າ ເຊິ່ງເຮັດໃຫ້ບໍ່ເກີດການລະເບີດ ເຄັດລັບຂອງມັນຄື: ເກືອຄວາມເຂັ້ມຂຸ້ນສູງ ທີ່ເປັນຊັ້ນປ້ອງກັນຊັ້ນຕ່າງໆ ບໍ່ໃຫ້ຂົ້ວໄຟຟ້າ (Electrodes) ມາສໍາຜັດກັນ ເຮັດໃຫ້ປອດໄພ, ບໍ່ເກີດການລະເບີດ ແລະ ມີແຮງດັນໄຟຟ້າ 4 v ພຽງພໍຕໍ່ການໃຊ້ອີກ.
ເຖິງຈະປອດໄພພຽງໃດ ແຕ່ກໍຍັງມີບັນຫາທີ່ຍັງບໍ່ສາມາດນໍາມາໃຊ້ໄດ້ໃນຕອນນີ້ ນັ້ນກໍເພາະວ່າມັນມອາຍຸການໃຊ້ສັ້ນ ເຮັດການສາກໄດ້ພຽງ 70 ຮອບເທົ່ານັ້ນ ຖືວ່ານ້ອຍ ຫາກທຽບໃສ່ແບັດເຕີຣີ Lithium-ion.
ຄົງຕ້ອງໃຊ້ເວລາ ນັກວິທະຍາສາດວິໄຈ ແລະ ພັດທະນາໃຫ້ມັນມີອາຍຸການໃຊ້ທີ່ຍາວກວ່ານີ້ ບໍ່ແນ່ວ່າອີກບໍ່ເທົ່າໃດປີອຸປະກອນໃຫມ່ໆ ໃນອະນາຄົດອາດຈະປ່ຽນມາໃຊ້ແບັດເຕີຣີແບບໃຫມ່ນີ້ກໍໄດ້ ບໍ່ວ່າແນວໃດກໍຕາມ ນີ້້ກໍເປັນຜົນສໍາເລັດ ທີ່ຈະເພີ່ມຄວາມປອດໄພໃນການໃຊ້ອຸປະກອນທີ່ໃຊ້ແບັດເຕີຣີໃຫ້ກັບເຮົາ.
ສາເຫດທີ່ເຮັດໃຫ້ເກີດການລະເບີດ ໃນແບັດເຕີຣີ Lithium-ion ຫຼັກໆມີ 3 ກໍລະນີເຊັ່ນ:
- ສາກດ້ວຍກະແສໄຟຟ້າສູງເກີນກວ່າຂີດຈໍາກັດຂອງແບັດເຕີຣີ ການນໍາສາຍສາກທີ່ບໍ່ແມ່ນຂອງມັນເອງມາສາກ ມີສິດເຮັດໃຫ້ແບັດລະເບີດໄດ້ຄືກັນ.
- ເກີດຄວາມຮ້ອນທີ່ແບັດເຕີຣີຫຼາຍເກີນໄປ ມັກເກີດຕອນສາກແບັດ (ພຶດຕິກໍາການສາກໄປຫຼິ້ນໄປ ກໍເປັນການເພີ່ມຄວາມຮ້ອນໃຫ້ແກ່ຕົວແບັດ.
- ເກີດການຊັອດທີ່ລະຫວ່າງຂົ້ວບວກ (+) ແລະ ຂົ້ວລົບ (-) ຂອງແບັດເຕີຣີ.