ແມ່ຍິງກັບບັນຫາເສັ້ນເລືອດຂອດ


ເສັ້ນເລືອດຂອດເກີດຈາກເລືອດຈາກພາກສ່ວນປາຍຂາບໍ່ສາມາດໄຫລວຽນກັບເຂົ້າສູ່ລະບົບການຟອກເລືອດຂອງຫົວໃຈໄດ້ຢ່າງໄວວາຕາມປົກກະຕິ ເຊິ່ງເສັ້ນເລືອດດຳນີ້ຈະມີລີ້ນປີດເປີດ ເພື່ອກັກເລືອດບໍ່ໃຫ້ໄຫລຍ້ອນລົງທາງລຸ່ມຕາມແຮງດຶງດູດ ເມື່ອລີ້ນນີ້ອ່ອນແອ ເລືອດກໍຈະຍ້ອນມາໂຮມກັນຢູ່ເສັ້ນເລືອດທາງລຸ່ມ ຈົນເຮັດໃຫ້ເກີດອາການບວມຂຶ້ນໄດ້.
ແມ່ຍິງມີທ່າອ່ຽງທີ່ຈະເກີດອາການເສັ້ນເລືອດຂອດໄດ້ຫລາຍກ່ວາ ໂດຍສະເພາະຖ້າບໍ່ຄ່ອຍໄດ້ອອກກຳລັງກາຍ ຍິ່ງຖ້າມີນ້ຳໜັກໂຕຫລາຍເກີນໄປ ຫລື ກຳລັງຖືພາກໍມີໂອກາດເປັນຫລາຍ. ອາການນອກຈາກເຫັນເສັ້ນເລືອດໃຄ່ຂຽວຊ້ຳຄົດລ້ຽວໄປມາຢູ່ບໍລິເວນທີ່ເປັນນັ້ນແລ້ວ ອາດມີອາການເຈັບຕີນ ຫລື ຕີນບວມ ແລະ ມັກປວດຫລາຍຂຶ້ນເມື່ອຢືນ ຫລື ນັ່ງດົນໆອາດເປັນຂາປັ້ນໃນຕອນກາງຄືນ ຫລື ຖ້າເປັນແຮງອາດມີການອັກເສບ ແລະ ເສັ້ນເລືອດແຕກໄດ້.
ທ່ານສາມາດຫລຸດຜ່ອນອາການໃນເບື້ອງຕົ້ນໂດຍການປະຄົບຮ້ອນເພື່ອໃຫ້ຫລອດເລືອດຂະຫຍາຍໂຕຮ່ວມກັບຍົກຂາຂຶ້ນສູງໆ ເພື່ອຊ່ວຍໃຫ້ເລືອກເທກັບລົງສູ່ລະບົບຫລອດເລືອດດຳໃຫຍ່ຢູ່ກົກຂາໄດ້ງ່າຍຂຶ້ນ ແລະ ອາດບີບນວດກ້າມຊີ້ນສົ້ນນ່ອງເພື່ອຊ່ວຍໃຫ້ ກ້າມຊີ້ນຄາຍໂຕຈາກການໃຊ້ວຽກມາໝົດມື້. ສ່ວນການປ້ອງກັນບັນຫາເສັ້ນເລືອດຂອດ ເຮັດ ໄດ້ໂດຍການເກັງ ແລະ ຄາຍກ້າມ ຊີ້ນ ເຊັ່ນ : ໃນຂະນະນັ່ງເຮັດວຽກ ຄວນຖົກຂໍ້ຕີນຂຶ້ນ – ລົງຕິດຕໍ່ກັນຫລາຍໆເທື່ອໃຫ້ກ້າມຊີ້ນສົ້ນນ່ອງເກັງ ແລະ ຄາຍໂຕສະຫລັບກັນ ຫລື ຢືນແຢ່ງປາຍຕີນຂຶ້ນ – ລົງ.
– ການປິ່ນປົວເສັ້ນເລືອດຂອດ ມີ 2 ວິທີຄື :
- ການສັກສານ Sclerosing ເຂົ້າໄປໃນຫລອດເລືອດດຳ ເຊິ່ງຈະເຮັດໃຫ້ເສັ້ນເລືອດນັ້ນຟູແລ້ວຍຸບໂຕໄປພາຍໃນ 6 – 8 ອາທິດ ນິຍົມເຮັດກັນໃນເສັ້ນເລືອດຂອດຂະໜາດນ້ອຍໆ ຫລື ໃຊ້ກັບເສັ້ນເລືອດທີ່ຫລົງເຫລືອ ຫລື ເປັນຊ້ຳໆຫລັງການຜ່າຕັດ.
- ການຜ່າຕັດ ເໝາະສົມສຳລັບການປິ່ນປົວເສັ້ນເລືອດຂອດຂະໜາດໃຫຍ່ ແລະ ມີຂະໜາດຍາວຫລາຍ ແລະ ບໍ່ສາມາດປິ່ນ ປົວໄດ້ໂດຍການສັກສານເຄມີ ບໍ່ວ່າຈະປິ່ນປິວໂດຍວິທີໃດກໍຕາມ ຫລັງຈາກການປິ່ນປົວຄວນໃສ່ຖົງນ່ອງເວລາທີ່ຕ້ອງການເຮັດວຽກຂະນະຢືນ ຫລື ຍ່າງເພື່ອປ້ອງກັນການກັບມາເປັນຊ້ຳອີກ.