SpaceX ເລື່ອນທົດລອງປ່ອຍຈະຫລວດ Starship ຫລັງເກີດບັນຫາວາວແຮງດັນແຂງຕົວ


ວັນທີ 17 ເມສາ, SpaceX ໄດ້ປະກາດຍົກເລີກການປ່ອຍຈະຫລວດ Starship ພຽງບໍ່ເທົ່າໃດນາທີກ່ອນກໍານົດການປ່ອຍຍານຂຶ້ນທົດລອງບິນ ເນື່ອງຈາກພົບບັນຫາວາວແຮງດັນເຢັນຫລາຍຈົນແຂງຕົວ ໂດຍຈະເລື່ອນກໍານົດການປ່ອຍຈະຫລວດອອກໄປຢ່າງໜ້ອຍອີກ 2 ວັນ.
Starship ລໍາໃຫຍ່ເຊິ່ງມີຄວາມສູງເກືອບ 120 ແມັດ (ຫລື ສູງກວ່າເທພີເສລີພາບຂອງອາເມລິກາ) ມີກໍານົດປ່ອຍອອກຈາກຖານປ່ອຍຈະຫລວດ Starbase ຂອງ SpaceX ຢູ່ໂບຄາຊິກາ ລັດເທັກຊັສ ໃນເວລາປະມານ 08:00 ໂມງ ຂອງວັນທີ 17 ເມສາ ຕາມເວລາທ້ອງຖິ່ນ ໂດຍຂອບໄລຍະເວລາການປ່ອຍຈະຫລວດນັ້ນຢູ່ທີ່ 2 ຊົ່ວໂມງ.
ເຖິງຢ່າງໃດກໍຕາມ, ໃນໄລຍະການຖ່າຍທອດສົດການປ່ອຍຈະຫລວດ SpaceX ໄດ້ປະກາດເລື່ອນການທົດລອງບິນເຕັມຮູບແບບ ໂດຍບໍ່ມີມະນຸດຂອງ Starship ລວມທັງຈະຫລວດ Super Heavy ທີ່ຈະໄດ້ຂຶ້ນບິນພ້ອມກັນ ເນື່ອງຈາກພົບບັນຫາກ່ຽວກັບແຮງດັນໃນລະບົບເຊື້ອໄຟ ໂດຍວາວແຮງດັນຂອງບູສເຕີມີບັນຫາແຂງຕົວ ຈຶ່ງຈໍາເປັນຕ້ອງເລື່ອນພາລະກິດຮອບໃໝ່ໄປອີກຢ່າງໜ້ອຍ 48 ຊົ່ວໂມງ.
SpaceX ໄດ້ເປີດເຜີຍວ່າ: ທີມງານກໍາລັງແກ້ໄຂບັນຫາເພື່ອໃຫ້ສາມາດປ່ອຍຈະຫລວດຮອບໃໝ່ໄດ້ໃນວັນທີ 20 ເມສານີ້ຕາມເວລາທ້ອງຖິ່ນ.
ທັງນີ້, Starship ເປັນຈະຫລວດທີ່ຈະຖືກນໍາໄປໃຊ້ໃນພາລະກິດ Artemis III ເຊິ່ງເປັນການເດີນທາງຄັ້ງປະຫວັດສາດທີ່ຈະພາມະນຸດໂລກຂຶ້ນໄປຢຽບດວງຈັນອີກ ໂດຍຄາດວ່າພາລະກິດສໍາຄັນນີ້ຈະເກີດຂຶ້ນຢ່າງໄວທີ່ສຸດໃນເດືອນທັນວາ 2025.
ອ້າງອີງ:
https://www.bbc.com/news/science-environment-65294084