ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ

ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - optimize - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ
ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - kitchen vibe - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ

ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານທີ່ຂະຫຍາຍອາຍຸຂອງຜູູ້ທີ່ມີສິດຮັບເງິນບໍານານຈາກ 62 ເປັນ 64 ປີ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມຮ່າງກົດໝາຍດັ່ງກ່າວໃນທ້າຍອາທິດຜ່ານມາ, ເຖິງວ່າຈະມີເຫດຊຸມນຸມປະທ້ວງໃຫຍ່ເກີດຂຶ້ນໃນຫລາຍເມືອງສໍາຄັນທົ່ວປະເທດກໍຕາມ.

ໂດຍສະມາຊິກສະພາລັດຖະທໍາມະນູດທັງ 9 ທ່ານ ມີມະຕິເຫັນພ້ອມຮ່າງກົດໝາຍດັ່ງກ່າວທີ່ຊຸກຍູ້ໂດຍລັດຖະບານທ່ານ ມາຄຣົງ ໂດຍສະເພາະບັນຫາການເພີ່ມອາຍຸບໍານານເປັນ 64 ປີ ແລະ ການຂະຫຍາຍອາຍຸການເຮັດວຽກທີ່ຈໍາເປັນສໍາລັບຜູ້ທີ່ຕ້ອງການຮັບເງິນບໍານານເຕັມຈໍານວນເປັນ 43 ປີ.

ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - Visit Laos Visit SALANA BOUTIQUE HOTEL - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ

ຂະນະທີ່ຂໍ້ສະເໜີເລັກນ້ອຍປະມານ 6 ຂໍ້ໄດ້ຮັບການປະຕິເສດ ເຊິ່ງລວມທັງການບັງຄັບໃຫ້ບໍລິສັດຂະໜາດໃຫຍ່ປະກາດຈໍານວນພະນັກງານທີ່ອາຍຸຫລາຍກວ່າ 55 ປີທີ່ພວກເຂົາຈ້າງວຽກ ແລະ ການອອກແບບສັນຍາພິເສດສໍາລັບພະນັກງານທີ່ມີອາຍຸຫລາຍກວ່າເກນດັ່ງກ່າວ.

ຊາວຝຣັ່ງຈໍານວນຫລາຍລວມກັນຊຸມນຸມປະທ້ວງນັບແຕ່ກ່ອນສະພາລັດຖະທໍາມະນູນຈະມີມະຕິຮັບຮອງແຜນປະຕິຮູບເງິນບໍານານສະບັບນີ້, ພ້ອມສະແດງຈຸດຢືນວ່າ: ພວກເຂົາບໍ່ເຫັນພ້ອມ ແລະ ບໍ່ຕ້ອງການກົດໝາຍນີ້.

ໂດຍກະແສຄວາມບໍ່ພໍໃຈຮຸນແຮງຂຶ້ນ ຫລັງຈາກທ່ານ ເອລິຊາເບ ບອນ ນາຍົກລັດຖະມົນຕີຝຣັ່ງ ໃຊ້ອໍານາດພິເສດຕາມລັດຖະທໍາມະນູນຜ່ານຮ່າງກົດໝາຍດັ່ງກ່າວ ໂດຍບໍ່ຜ່ານການລົງມະຕິເຫັນພ້ອມຈາກລັດຖະສະພາຝຣັ່ງ ໃນເດືອນມີນາຜ່ານມາ ເຊິ່ງສ້າງກະແສການປະທ້ວງໃຫຍ່ທົ່ວປະເທດ.

ຂະນະທີ່ສະຫະພາບແຮງງານຝຣັ່ງລະບຸວ່າ: ພວກເຂົາເຄົາລົບການຕັດສິນໃຈຂອງສະພາລັດຖະທໍາມະນູນ, ແຕ່ຈະຍັງເດີນໜ້າປະທ້ວງໃຫຍ່ ເພື່ອຮຽກຮ້ອງໃຫ້ທ່ານ ມາຄຣົງ ແລະ ລັດຖະບານຝຣັ່ງ ຍົກເລີກກົດໝາຍນີ້. ພ້ອມຮຽກຮ້ອງໃຫ້ພີ່ນ້ອງແຮງງານຊາວຝຣັ່ງທົ່ວປະເທດພ້ອມໃຈກັນອອກມາສະແດງພະລັງຄັ້ງໃຫຍ່ໃນວັນກໍາມະກອນ 1 ພຶດສະພາທີ່ຈະເຖິງນີ້.

ອ້າງອີງ:

https://www.aljazeera.com/…/macron-signs-france-pension…

https://www.theguardian.com/…/macron-signs…

https://www.bbc.com/news/world-europe-65279818

ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - 3 - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ
ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - 5 - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ
ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ - 4 - ທ່ານ ມາຄຣົງ ລົງນາມຮັບຮອງຮ່າງກົດໝາຍປະຕິຮູບເງິນບໍານານ ຫລັງສະພາລັດຖະທໍາມະນູນມີມະຕິເຫັນພ້ອມ