ຟີລິບປິນກຽມສັ່ງຫ້າມເຈົ້າໜ້າທີ່ຮັກສາ ຄວາມປອດໄພກອງປະຊຸມອາຊຽນໃຊ້ມືຖື


ສື່ຢູ່ຟີລິບປິນລາຍງານໃນວັນທີ 11 ກັນຍານີ້ວ່າ: ທາງການວາງແຜນຈະສັ່ງຫ້າມເຈົ້າໜ້າທີ່ພົກພາໂທລະສັບມືຖືຂະນະປະຕິບັດໜ້າທີ່ເບິ່ງແຍງຮັກສາຄວາມປອດໄພກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກໃນເດືອນພະຈິກຈະເຖິງນີ້.
ເວັບໄຊຂ່າວອອນລາຍ GMANEWS ລາຍງານໂດຍອ້າງຄຳກ່າວຂອງທ່ານ ນະໂປລຽນ ຕາອັສ ຜູ້ອຳນວຍການໜ່ວຍປະຕິບັດການຮັກສາຄວາມປອດໄພກອງປະຊຸມອາຊຽນວ່າ: ການໃຊ້ມືຖືລະຫວ່າງປະຕິບັດໜ້າທີ່ອາດສົ່ງຜົນກະທົບຕໍ່ແຜນການຄຸ້ມຄອງຄວາມປອດໄພບັນດາຜູ້ນຳຈາກປະເທດອາຊຽນ ແລະ ປະເທດຄູ່ເຈລະຈາສຳຄັນເຊັ່ນ: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ຣັດເຊຍ.
ທ່ານເຊື່ອວ່າ: ການຫ້າມໃຊ້ມືຖືຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດເບິ່ງແຍງຄວາມປອດໄພຂອງບັນດາຜູ້ແທນໄດ້ຢ່າງມີປະສິດທິພາບ. ຂະນະທີ່ຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງ ຫຼື ຖືກພົບເຫັນວ່າລັກໃຊ້ມືຖືຂະນະປະຕິບັດໜ້າທີ່ຈະຕ້ອງສະແດງຄວາມຮັບຜິດຊອບ.