ຈີນຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ “H3N8” ຄົນທໍາອິດຂອງໂລກ


ແມ່ຍິງຈາກທາງຕອນໃຕ້ຂອງຈີນ ເປັນຜູ້ເສຍຊີວິດຄົນທໍາອິດຂອງໂລກ ຈາກເຊື້ອໄວຣັສໄຂ້ຫວັດສັດປີກ “H3N8” ຂະນະທີ່ອົງການອະນາໄມໂລກຢືນຢັນຄວາມສ່ຽງຕໍ່ມະນຸດໂດຍທົ່ວໄປ “ຍັງຕໍ່າ”.
ວັນທີ 12 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການ ເລື່ອງການພົບຜູ້ເສຍຊີວິດຈາກເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H3N8 ຄົນທໍາອິດຂອງໂລກ ເປັນແມ່ຍິງອາຍຸ 56 ປີ ຊາວມົນທົນກວາງຕຸ້ງ ທີ່ຢູ່ທາງຕອນໃຕ້ຂອງຈີນ.
ທັງນີ້, ຜູ້ເສຍຊີວິດມີພະຍາດປະຈໍາຕົວຄືມະເຮັງ ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນເດືອນກຸມພາຜ່ານມາ ດ້ວຍອາການປອດບວມ ແລະ ເສຍຊີວິດອີກປະມານ 1 ເດືອນຕໍ່ມາ ໃນເດືອນມີນາ. ຂະນະທີ່ຜົນການກວດຜູ້ສໍາຜັດໃກ້ຊິດທຸກຄົນຢ່າງລະອຽດ ພົບວ່າບໍ່ມີໃຜຕິດເຊື້ອ.
ຢ້ອນກັບໄປໃນປີຜ່ານມາ, ໜ່ວຍງານສາທາລະນະສຸກຂອງຈີນຢືນຢັນ ການພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H3N8 ຢ່າງໜ້ອຍ 2 ຄົນ ເຊິ່ງຜູ້ຕິດເຊື້ອທັງສອງຄົນໄດ້ຮັບການປິ່ນປົວຈົນກາຍດີ. ສ່ວນ WHO ສັນນິຖານວ່າ: ຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H3N8 ຢູ່ຈີນ ອາດຈະໄດ້ຮັບເຊື້ອຈາກການສໍາຜັດໂດຍກົງກັບສັດປີກທີ່ຕິດເຊື້ອ.
WHO ກ່າວວ່າ: ເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H3N8 ບໍ່ມີການເຊື່ອມໂຍງກັບສະຖານະການການແພ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N1 ເຊິ່ງຍັງແພ່ລະບາດໃນໂລກຢ່າງຕໍ່ເນື່ອງ ຕະຫລອດໄລຍະເວລາ 18 ເດືອນຜ່ານມາ ໂດຍຍັງພົບການຕິດເຊື້ອໃນສັດລ້ຽງລູກດ້ວຍນົມອີກຫລາຍຊະນິດ ລວມທັງໝາຈິ້ງຈອກ, ໝີ ແລະ ແມວ.
ທັງນີ້, WHO ແລະ ຜູ້ຊ່ຽວຊານອີກຫລາຍຂະແໜງທີ່ກ່ຽວຂ້ອງ ຍັງຢືນຢັນວ່າ: ການແພ່ກະຈາຍຂອງເຊື້ອໄວຣັສໄຂ້ຫວັດສັດປີກທຸກສາຍພັນຕໍ່ມະນຸດ “ຍັງຢູ່ໃນລະດັບຕໍ່າ” ໂດຍຂໍໃຫ້ຫລີກລ່ຽງການສໍາຜັດກັບສັດປີກ ແລະ ຊາກສັດປີກທີ່ຕິດເຊື້ອ, ພ້ອມທັງຂໍໃຫ້ຮັບປະທານຊີ້ນສັດປີກ ແລະ ຜະລິດຕະພັນຈາກສັດປີກເຊັ່ນ: ໄຂ່ ເຊິ່ງຕ້ອງປຸກສຸກເທົ່ານັ້ນ.