ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566

ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566 - IMGL558 - ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566
ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566 - kitchen vibe - ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ  ລາຍງານວ່າ: ໂດຍອີງຕາມທິດຊີ້ນຳຂອງຄະນະພັກ, ຄະນະພະແນກເລື່ອງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2566 ຄັ້ງວັນທີ 19 ມີນາ 2023.

ເຊິ່ງໃນໄລຍະປີໃໝ່ລາວ ພສ 2566 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ກໍຄືຂະແໜງການຄ້າພາຍໃນ ສົມທົບກັບ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ  ໄດ້ເພີ່ມທະວີການລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຕາມຕະຫລາດສົດ ແລະ ຮ້ານຄ້າຕ່າງໆ ພາຍໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫລີກເວັ້ນການສວຍໂອກາດກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ ຕາມລຳພັງໃຈຂອງຜູ້ປະກອບການໃນໄລຍະເທສະການສະເຫລີມສະຫລອງບຸນປີ   ໃໝ່ລາວ ພສ 2566.

ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566 - Visit Laos Visit SALANA BOUTIQUE HOTEL - ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566

ຫາກພົບເຫັນຜູ້ລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ລັດກຳນົດ, ການຕິດປະກາດ ຫລື ການໂຄສະນາລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ການວັດແທກຊັງຜ່ອງ, ຕາຊິງຊັງ ບໍ່ໄດ້ມາດຕະຖານ, ການຈຳໜ່າຍສິນຄ້າໝົດອາຍຸ, ການຈຳໜ່າຍສິນຄ້ານອກລະບົບ, ການຈຳໜ່າຍສິນຄ້າປອມແປງ ແລະ ອື່ນໆ ແມ່ນຈະໄດ້ນໍາໃຊ້ມາດຕະການຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.

ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566 - 4 - ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທສະການບຸນປີໃໝ່ລາວ ພສ 2566
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!