ຟີລິບປິນສົ່ງອອກຖົ່ວລຽນຊຸດທຳອິດສູ່ຈີນ ຫລັງລົງນາມການສົ່ງອອກ ໃນເດືອນມັງກອນຜ່ານມາ
April 10, 2023 - 9:44 AM


ສຳນັກຂ່າວຊິນຫົວລາຍງານ: ວັນທີ 9 ເມສາ 2023 ຜ່ານມາ, ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫລວງມະນິລາ ອອກຖະແຫລງການວ່າ: ຟີລິບປິນ ໄດ້ຈັດສົ່ງຖົ່ວລຽນສົດຊຸດທຳອິດສູ່ຈີນ ຫລັງລົງນາມລະບຽບການສົ່ງອອກ “ ຣາຊາແຫ່ງໝາກໄມ້” ໃນເດືອນມັງກອນ ທີ່ຜ່ານມາ.
ທ່ານ ຫວງ ຊີຫລຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປິນ ກ່າວວ່າ: ການດຳເນີນການດັ່ງກ່າວຊ່ວຍໃຫ້ຄວາມຝັນຂອງຊາວກະສິກອນກາຍເປັນຄວາມຈິງ ແລະ ການຄ້າຂາຍຖົ່ວລຽນສາມາດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງສອງປະເທດໄດ້ຢ່າງແທ້ຈິງ.
ຂະນະທີ່ຂໍ້ມູນຈາກສຳນັກງານການສື່ສານຂອງປະທານາທິບໍດີຟີລິບປິນລະບຸວ່າ: ຖົ່ວລຽນສົດຊຸດທຳອິດທີ່ມາຈາກກຸ່ມຜູ້ຜະລິດ ແລະ ຜູ້ແປຮູບ ໃນພາກດາເວົາ ເຊິ່ງຢູ່ທາງຕອນໃຕ້ຂອງຟີລິບປິນ ແລະ ຜ່ານຂໍ້ກຳນົດການນຳຂົ້າສູ່ຕະຫລາດຈີນແລ້ວ ໂດຍມີແຜນການຂົນສົ່ງສູ່ຈີນເພີ່ມອີກຫລາຍຊຸດ ບໍ່ວ່າຈະຜ່ານທາງອາກາດ ຫລື ທາງທະເລ.