ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້ - whatsapp image 2019 05 23 at 084403 1 - ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້
ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້ - kitchen vibe - ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

Forbes ນິຕະຍະສານ ຊື່ດັງດ້ານທຸລະກິດການເງິນ ຂອງສະຫະລັດອາເມລິກາ ເຜີຍແຜ່ບົດຄວາມລະບຸວ່າ “ສປປ ລາວ ເປັນປະເທດທີ່ມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້”

ວາລະສານ ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ກໍຖືກທົດແທນດ້ວຍພູມປະເທດທີ່ເປັນພູຜາອັນສວຍງາມ ມີທົ່ງນາອັນອຸດົມສົມບູນ ແລະມີແມ່ນໍ້າຂອງ ທີ່ຍາວຢຽດໄຫລຜ່ານປະເທດ ເຊິ່ງເປັນປະເທດທີ່ມີສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ໜ້າຫລົງໃຫລ, ປະສົບການທ່ອງທ່ຽວກາງແຈ້ງແບບຜະຈົນໄພ ແລະ ມົນສະເໜເໜືອການເວລາ” ອັນເນື່ອງຈາກປະເທດທີ່ບໍ່ໄດ້ຄອບງຳຈາກພັດທະນາທາງດ້ານທຸລະກິດຫລາຍເທື່ອ.

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້ - maxresdefault 1 - ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

ຫລວງພະບາງ ເປັນເມືອງມໍລະດົກໂລກທີ່ໄດ້ຮັບຮອງຈາກອົງການຢູເນສໂກ ອັນເປັນເມືອງແຫ່ງອັນຍະມະນີຂອງອາຊີຕາເວັນອອກສຽງໃຕ້ ທີ່ຖືກເບິ່ງຂ້າມ ແຕ່ມັນເຕັມໄປດ້ວຍມໍລະກົດອັນລໍ້າຄ່າ ແລະ ປະເພນີດັ້ງເດີມ ລວມເຖິງວັດທະນະທຳ ປະເພນີການໃສ່ບາດໃນຍາມເຂົ້າຂອງຊາວພຸດ ເປັນສະເໜທີ່ຍັງຄົງດຶງດູດໃຈໄດ້ເປັນຢ່າງດີ.

ນອກຈາກນີ້ ວາລະສານ  ຍັງແນະນຳວ່າ ມີສິ່ງທ້າທາຍ ຕໍ່ນັກທ່ອງທ່ຽວທີ່ຢາກມີປະສົບການ “Orange Robe Tours” ທາງວັດທະນະທຳ ແນະນຳໃຫ້ໃຊ້ບໍລິການ ໄກ້ ຫລື ມັກຄຸເທດ ທີ່ເປັນທິດ ຫລື ຊຽງ ທີ່ເຄີຍບວດສຶກສາຮໍ່າຮຽນ ເຊິ່ງພວກເຂົາເຫລົ່ານັ້ນຈະເຂົ້າໃຈເລິກເຊິ່ງ ໃນແງ່ມຸມປະຫວັດສາດ, ວັດທະນະທຳໄດ້ເປັນຢ່າງດີຢ້ຽມ.

ສຳລັບຄອນຫລວງວຽງຈັນ ນັ້ນເປັນເມືອງທອງຄຳແຫ່ງ ສປປ ລາວ ອັນມີວັດທະນະທຳ, ສະຖາປັດຕະຍະກຳແບບດັ້ງເດີມ, ແບບປະສົມປະສານ ແລະວິຖີຊີວິດແບບຍຸກສະໄໝ.

ສ່ວນທ່ານໃດທີ່ມັກທ່ອງທ່ຽວແບບທຳມະຊາດ ແມ່ນແນະນຳໃຫ້ໄປວັງວຽງ ແຂວງວຽງຈັນ ທີ່ຈະໄດ້ດື່ມດຳໄປກັບທຳມະຊາດອັນສວຍສົດງົດງາມ.

ທີ່ສຳຄັນທີ່ສຸດ ສປປ ລາວ ມີສາຍໄຟ ລາວ-ຈີນ ທີ່ເປີດບໍລິການ ແລະ ມີແອັບພລິເຄຊັນ ສຳລັບການຈອງປີ້ແບບອອນລາຍ ຊ່ວຍໃຫ້ຜູ້ເດີນທາງໄດ້າະດວກສະບາຍຂຶ້ນ.

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້ - 4 - ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!