ເບນເຊມາ ຍິງ-ແອສຊິສ ຫລາຍທີ່ສຸດ 5 ລີກດັງຢູໂຣບ ຕັ້ງແຕ່ປີ 2023




ຄາຣິມ ເບນເຊມາ ດາວຍິງປະສົບການຫລາຍຂອງ ຣຽວ ມາດຣິດ ສ້າງສະຖິຕິຍິງປະຕູ ແລະ ແອສຊິສ ຫລາຍທີ່ສຸດໃນ 5 ລີກຊັ້ນນຳຂອງຢູໂຣບ ຕັ້ງແຕ່ຕົ້ນປີ 2023 ໂດຍນັກເຕະ ແມນເຊສເຕີ ຢູໄນເຕັດ ຕາມມາເປັນທີ 2.
ຄາຣິມ ເບນເຊມາ ກອງໜ້າປະສົບການຫລາຍຊາວຝຣັ່ງ ຂອງສະໂມສອນ ຣຽວ ມາດຣິດ ທີມດັງແຫ່ງ ລາລີກາ ສະເປນ ຄືນັກເຕະອັນດັບຫນຶ່ງທີ່ສ້າງສະຖິຕິຍິງປະຕູ ແລະ ແອສຊິສ ຫລາຍທີ່ສຸດ ໃນ 5 ລີກ ຊັ້ນນຳຂອງຢູໂຣບ ຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນມາ ດ້ວຍຈຳນວນລວມ 22 ປະຕູ ຫລັງຫາກໍສ້າງຜົນງານເດ່ັນ ພາທີມບຸກໄປຖະຫລົ່ມເອົາຊະນະ ບາເຊໂລນາ 4-0 ເຖິງຖິ່ນ ບາເຊໂລນາ ໃນການແຂ່ງຂັນ ໂກປາ ເດລ ເຣ ຮອບຮອງຊະນະເລີດ ນັດສອງ ເມື່ອຄືນວັນພຸດທີ 5 ເມສາ ທີ່ຜ່ານມາ.
ຂະນະທີ່ ມາຄັສ ແຣສຟອດ ດາວຍິງຊາວອັງກິດ ຈາກຄ້າຍ ແມນເຊສເຕີ ຢູໄນເຕັດ ຕາມມາເປັນອັນດັບ 2 ດ້ວຍຈຳນວນລວມ 20 ປະຕູ, ສ່ວນອັນດັບ 3 ຄື ວິນິຊິອຸສ ຈູເນຍ ກອງໜ້າຊາວບຣາຊິລ ນັກເຕະອີກຫນຶ່ງຄົນຈາກ ຣຽວ ມາດຣິດ ຍິງໄດ້ 18 ປະຕູ, ສ່ວນອັນດັບ 4 ມີເທົ່າກັນ 2 ຄົນ ນັ້ນຄື ວິກເຕີ ໂອຊິມເຮນ ກອງໜ້າຊາວໄນຈີເຣຍ ຂອງ ນາໂປລີ ແລະ ເອີລິງ ເບຣົາ ຮາແລນ ກອງໜ້າຊາວນໍເວ ສັງກັດຄ້າຍ ແມນເຊສເຕີ ຊິຕີ ຍິງໄປໄດ້ລວມຄົນລະ 17 ປະຕູ.
ສຳລັບ ຄາຣິມ ເບນເຊມາ ມີໂປຣແກຣມ ນຳ ຣຽວ ມາດຣິດ ເປີດສະໜາມຂອງພວກເຂົາ ຕ້ອນຮັບການມາຢາມຂອງ ບີຢາ ຣຽວ ໃນຄ່ຳຄືນຂອງວັນເສົາທີ 8 ເມສານີ້ ຕາມເວລາປະເທດລາວ.