ການຜະລິດໄຟຟ້າຂອງອິນເດຍເຕີບໃຫຍ່ໄວສຸດໃນຮອບ 33 ປີ ແຕ່ສ່ຽງປ່ອຍມົນລະພິດເພີ່ມ


ເຖິງວ່າການຜະລິດໄຟຟ້າຂອງອິນເດຍຈະເຕີບໃຫຍ່ໃນອັດຕາໄວທີ່ສຸດໃນຮອບກວ່າ 3 ທົດສະວັດ ໃນປີງົບປະມານທີ່ຫາກໍສິ້ນສຸດໄປ, ແຕ່ເຮັດໃຫ້ເກີດການປ່ອຍມົນລະພິດເພີ່ມຂຶ້ນເຊັ່ນກັນ ເພາະຜົນຜະລິດຈາກໂຮງໄຟຟ້າຖ່ານຫີນ ແລະ ໂຮງໄຟຟ້າພະລັງງານໝູນວຽນທີ່ສູງສຸດເປັນປະຫວັດສາດ.
ວັນທີ 6 ເມສາ, ສໍານັກຂ່າວຣອຍເຕີລາຍງານວ່າ: ຄື້ນຄວາມຮ້ອນໃນລະດູຮ້ອນທີ່ຮຸນແຮງ, ລະດູໜາວທີ່ໜາວເຢັນກວ່າປົກກະຕິທາງຕອນເໜືອຂອງອິນເດຍ ແລະ ການຟື້ນຕົວທາງເສດຖະກິດ ເຮັດໃຫ້ຄວາມຕ້ອງການໃຊ້ໄຟຟ້າເພີ່ມສູງຂຶ້ນ ສົ່ງຜົນໃຫ້ອິນເດຍຕ້ອງເພີ່ມຜົນຜະລິດຈາກໂຮງໄຟຟ້າຖ່ານຫີນ ແລະ ໂຮງງານຜະລິດກະແສໄຟຟ້າຈາກແສງຕາເວັນ ຫລື ໂຊລາເຊລ ເພື່ອຫລີກລ່ຽງການຕັດໄຟ.
ການວິເຄາະຂໍ້ມູນຈາກໜ່ວຍງານເບິ່ງແຍງ “ກຣິດ-ອິນເດຍ” ເປີດເຜີຍໃຫ້ເຫັນວ່າ: ການຜະລິດໄຟຟ້າຂອງອິນເດຍເພີ່ມຂຶ້ນ 11,5% ເປັນປະມານ 1,5 ພັນຕື້ກິໂລວັດ-ຊົ່ວໂມງ ໃນປີງົບປະມານທີ່ສິ້ນສຸດເດືອນມີນາຜ່ານມາ ເຊິ່ງເປັນການເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດນັບແຕ່ປີງົບປະມານທີ່ສິ້ນສຸດໃນເດືອນມີນາ 1990.
ນອກຈາກນີ້, ການວິເຄາະຍັງເປີດເຜີຍໃຫ້ເຫັນວ່າ: ຜົນຜະລິດຈາກໂຮງໄຟຟ້າທີ່ໃຊ້ເຊື້ອໄຟຟໍຊິລເພີ່ມຂຶ້ນ 11,2% ເຊິ່ງເປັນການເຕີບໃຫຍ່ໄວທີ່ສຸດໃນຮອບກວ່າ 30 ປີ ເປັນຜົນມາຈາກການຜະລິດໄຟຟ້າຈາກຖ່ານຫີນທີ່ເພີ່ມຂຶ້ນ 12,4% ໂດຍທົດແທນການຜະລິດຈາກໂຮງໄຟຟ້າແກັສສະອາດທີ່ຫລຸດລົງ 28,7% ເນື່ອງຈາກລາຄາແກັສທໍາມະຊາດເຫລວ (LNG) ເພີ່ມສູງຂຶ້ນທົ່ວໂລກ ຂັດຂວາງການນໍາໃຊ້.
ເຖິງຢ່າງໃດກໍຕາມ, ການເລັ່ງຄວາມໄວໃນການຜະລິດໄຟຟ້າຈາກຖ່ານຫີນຂອງອິນເດຍ ເພື່ອຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າທີ່ສູງຂຶ້ນ ຄືສິ່ງທີ່ເນັ້ນເຖິງຄວາມທ້າທາຍທີ່ອິນເດຍຕ້ອງຜະເຊີນ ກ່ຽວກັບການຫລຸດກາກບອນໃນເສດຖະກິດ, ຄຽງຄູ່ກັບການພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານພະລັງງານຕໍ່ຊາວອິນເດຍປະມານ 1.400 ລ້ານຄົນ.