ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ

ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ - IMGL238 - ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ
ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ - kitchen vibe - ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ

ໃນວັນທີ 6 ເມສາ 2023 ນີ້, ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ, ກົມກົງສຸນ ກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບການເຮັດໜັງສືຜ່ານແດນໃນປັດຈຸບັນວ່າ: ຕໍ່ກັບບັນຫາທີ່ປະຊາຊົນສ່ອງແສງວ່າຜູ້ທີ່ຈ່າຍເງິນເພີ່ມໃຫ້ນາຍໜ້າແມ່ນໄດ້ລັດຄິວສໍາພາດຮ່ວມມືໄດ້ຮັບປື້ມຜ່ານແດນໄວ ແຕ່ກົງກັນຂ້າມກັບຜູ້ບໍ່ຈ່າຍເງິນແມ່ນໄດ້ຮັບຊ້າ, ເຊິ່ງບັນຫາດັ່ງກ່າວຈະສັງເກດເຫັນວ່າພາຍຫລັງໄດ້ປະຕິບັດການແຈກຄິວຜ່ານອອນລາຍຊຶ່ງເລີ່ມແຕ່ວັນທີ 6 ມີນາ 2023 ເປັນຕົ້ນມາ, ສະພາບຢູ່ດ້ານໜ້າຂອງກົມກົງສຸນກໍມີຄົນ ຫລື ນາຍໜ້າເບົາບາງລົງ; ການຂໍແກ້ໄຂນະໂຍບາຍ ຂອງພະນັກງານໃຫ້ແກ່ໝູ່ເພື່ອນ, ຍາດພີ່ນ້ອງຈາກບັນດາກົມກອງ, ສໍານັກງານອົງການທັງພາກລັດ ແລະ ເອກະຊົນແມ່ນມີຈໍານວນເພີ່ມຂຶ້ນ, ຊຶ່ງຈໍານວນດັ່ງກ່າວນີ້ແມ່ນເຮົາບໍ່ສາມາດຮູ້ໄດ້ລ່ວງໜ້າວ່າມີຈໍານວນເທົ່າໃດ, ເພາະສະນັ້ນຖ້າມື້ໃດມີຫລາຍກໍໄດ້ແກ້ໄຂລ່ວງເວລາໄປຮອດ 17:00-18:00 ຈຶ່ງແລ້ວ, ປັດຈຸບັນແມ່ນສາມາດຜະລິດປື້ມອອກໄດ້ 1.200 ຫົວຕໍ່ມື້, ສ່ວນຈຳນວນທີ່ໄດ້ຮັບຄຳຮ້ອງເຂົ້າໃນທົ່ວປະເທດ ແມ່ນ 1.700-1.800 ຫົວຕໍ່ມື້ ລວມທັງການຈອງຄິວອອນລາຍ, ການຈອງຄີວອອນລາຍແມ່ນສາມາມຈອງໄດ້ສະເພາະຢູ່ນະຄອນຫລວງວຽງຈັນ 300 ຄີວຕໍ່ມື້ເທົ່ານັ້ນ.

ການແກ້ໄຂນະໂຍບາຍ ແລະ ແກ້ໄຂເອົາໜັງສືຜ່ານແດນກ່ອນກໍານົດແມ່ນ ມີຄື:

ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ - Visit Laos Visit SALANA BOUTIQUE HOTEL - ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ
  1. ແກ້ໄຂຕາມໜັງສືສະເໜີຂໍຂອງ ພະນັກງານຈາກກົມກອງ, ສໍານັກງານ, ອົງການທັງພາກລັດ ແລະ ເອກະຊົນ;
  2. ແກ້ໄຂຕາມໃບສະເໜີ, ຂໍ້ຕົກລົງ, ແຈ້ງການ ແລະ ໜັງສືຢັ້ງຢືນອື່ນໆ, ໂດຍສະເພາະແມ່ນການໄປຝຶກອົບຮົມ, ໄປທັດສະນະສຶກສາ, ໄປແຂ່ງຂັນກິລາ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານຕາມ MOU, ພະ, ຄູ່ບາອາຈານ ໄປ ສະແຫວງບຸນຢູ່ຕ່າງປະເທດ ແລະ ພະນັກງານບໍານານ, ພະນັກງານລັດ, ຜູ້ເຖົ້າ ແລະ ເດັກນ້ອຍທີ່ມີຄວາມຈໍາເປັນ;
  3. ແກ້ໄຂໄປກວດສຸຂະພາບ ແລະ ປິ່ນປົວຕ່າງໆໂດຍອີງໃສ່ໃບຢັ້ງຢືນຈາກໂຮງໝໍທັງພາຍໃນ ແລະ ຕ່າງປະເທດ.

ສ່ວນການທົດລອງເປີດຈອງຄິວຂຶ້ນເອກກະສານຜ່ານອອນລາຍປັດຈຸບັນປະຊາຊົນສ່ອງແສງວ່າຫຍຸ້ງຍາກ ກວ່າເກົ່າ ແລະ ເກີດມີການຮັບຈອງຜ່ານອອນລາຍແລ້ວເກັບຄ່າບໍລິການ, ຕໍ່ກັບບັນຫານີ້ຕາມສະພາບຄວາມເປັນຈິງໃນປັດຈຸບັນສັງເກດເຫັນວ່າຈໍານວນຄົນທີ່ຕ້ອງການຂໍເຮັດໜັງສືຜ່ານແດນແມ່ນຍັງມີ ຫລາຍຊຶ່ງປັດຈຸບັນການຈອງຄິວທາງອອນລາຍແມ່ນເຕັມຮອດວັນທີ 10 ພຶດສະພາ 2023 ແລ້ວ ແລະ ວິທີການຈອງຄິວແມ່ນໄດ້ມີປ້າຍແນະນໍາຢູ່ທາງປະຕູເຂົ້າກົມກົງສຸນ, ສຳລັບການຈອງຄິວແມ່ນໃຫ້ຜູ້ໃດຈອງໃຫ້ກໍໄດ້, ແຕ່ໄດ້ກໍານົດວ່າໂທລະສັບ 1 ເຄື່ອງສາມາດຈອງໄດ້ 5 ຄົນຕໍ່ມື້ເທົ່ານັ້ນ, ທາງນີ້ກໍເພື່ອຫລີກລ່ຽງການສວຍໃຊ້ເພື່ອຮຽກເງິນຈາກປະຊາຊົນຂອງນາຍໜ້າ.

ທ່ານ ຫົວໜ້າພະແນກໜັງສືຜ່ານແດນ ໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ການເຮັດໜັງສືຜ່ານແດນມີສະດວກສະບາຍຕື່ມຂຶ້ນອີກ ໂດຍໃນຕໍ່ໜ້າທາງກົມກົງສຸນ ກໍຄືການຈັດຕັ້ງຂັ້ນເທິງກໍໄດ້ພະຍາຍາມທຸກຄວາມສາມາດ ແລະ ທຸກວິທີທາງເພື່ອເຮັດແນວໃດໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ສ້າງຄວາມສະດວກ ຄວາມທັນສະໄໝໃນການອອກໜັງສືຜ່ານແດນ, ໂດຍສະເພາະດ້ານເວລາ, ວິທີການ, ເຕັກນິກ ແລະ ເຄື່ອງມືຮັບໃຊ້ຕ່າງໆ, ຊຶ່ງປັດຈຸບັນພວມປັບປຸງສະຖານທີ່ເພື່ອຕິດຕັ້ງເຄື່ອງພິມໃໝ່ຈໍານວນໜຶ່ງ ຈາກທີ່ມີຢູ່ 7 ເຄື່ອງ ເພີ່ມເປັນ 12 ເຄື່ອງ ແລະ ຄາດວ່າໃນໄລຍະເດືອນພຶດສະພາ ຫາ ມິຖຸນາ 2023 ນີ້ ກໍຈະໄດ້ຮັບຄວາມສະດວກຂຶ້ນຕື່ມ.

ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ - 4 - ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!