ສາລະພັດປະໂຫຍດ ໝາກນາວ

ສາລະພັດປະໂຫຍດ ໝາກນາວ - IMG 204783 - ສາລະພັດປະໂຫຍດ ໝາກນາວ
ສາລະພັດປະໂຫຍດ ໝາກນາວ - kitchen vibe - ສາລະພັດປະໂຫຍດ ໝາກນາວ

ນ້ຳໝາກນາວ ນອກຈາກນໍາມາປຸງແຕ່ງແລ້ວ ຍັງສາມາດໃຊ້ກໍາຈັດຄາບເປື້ອນໄດ້ດັ່ງນີ້:

.

ສາລະພັດປະໂຫຍດ ໝາກນາວ - Visit Laos Visit SALANA BOUTIQUE HOTEL - ສາລະພັດປະໂຫຍດ ໝາກນາວ

ຊ່ວຍໃຫ້ກິ່ນນໍ້າສົ້ມສາຍຊູດີຂຶ້ນ

ນໍ້າສົ້ມສາຍຊູຖືເປັນອີກໜຶ່ງຕົວຊ່ວຍໃນການອະນາໄມ ແຕ່ຫລາຍຄົນອາດຈະບໍ່ມັກກິ່ນຂອງມັນປານໃດ ລອງປະສົມນໍ້າໝາກນາວເຂົ້າໄປ ຈະຊ່ວຍດັບກິ່ນນໍ້າສົ້ມສາຍຊູລົງໄປໜ້ອຍໜຶ່ງ

.

ໃຊ້ອະນາໄມສິ່ງຂອງທີ່ເປັນແກ້ວ

ປະສົມນໍ້າສົ້ມສາຍຊູ ກັບ ນໍ້າໝາກນາວ ຢ່າງລະ 2 ບ່ວງແກງ ແລ້ວໃສ່ນໍ້າອຸ່ນ 1 ຖ້ວຍນ້ອຍ ໃສ່ກ່ອງເຮັດເປັນສະເປສີດໄດ້

.

ໃຊ້ລ້າງໄຂມັນຕິດແໜ້ນ

ນໍ້າໝາກນາວ ແລະ ນໍ້າສົ້ມສາຍຊູຊ່ວຍກໍາຈັດຄາບໄຂມັນໄດ້ດີ ໂດຍການປະສົມນໍ້າໝາກນາວ ½ ຈອກຕວງ ແລະ ນໍ້າສົ້ມສາຍຊູ 2 ຈອກຕວງ ໃສ່ໃນກ່ອງສະເປ ແລ້ວນໍາໄປເຊັດໄດ້ເລີຍ

.

ໃຊ້ລ້າງຈານທີ່ມີຄາບຕິດແໜ້ນ

ໂດຍການເອົາໝາກນາວເຄິ່ງໜ່ວຍ ມາປະສົມກັບເກືອ ແລ້ວນໍາໄປຂັດຈານທີ່ມີເສດອາຫານຕິດແໜ້ນ ຈະເຮັດໃຫ້ຄາບອາຫານອອກງ່າຍຂຶ້ນ

.

ໃຊ້ອະນາໄມເຕົາອົບ

ປະສົມນໍ້າໝາກນາວໃສ່ນໍ້າລົງໃນຖ້ວຍ ຫລື ພາຊະນະທີ່ສາມາດເຂົ້າເຕົາອົບໄດ້, ຫລັງຈາກນັ້ນໃຫ້ເປີດເຕົາອົບປະມານ 3 ນາທີ ຫລັງຈາກນັ້ນປ່ອຍໃຫ້ເຢັນລົງຈຶ່ງເຊັດອອກ

.

ສາລະພັດປະໂຫຍດ ໝາກນາວ - 4 - ສາລະພັດປະໂຫຍດ ໝາກນາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!