ອຸບັດເຫດເທິງທ້ອງຖະໜົນ ຄວນປະກາດເປັນພາວະສຸກເສີນ ແລະ ພ້ອມກັນແກ້ໄຂຢ່າງຈິງຈັງ
ໂດຍ: ມຶກບໍ່ແຫ້ງ
ການເກີດອຸບັດເຫດຢູ່ ສປປ ລາວ ບໍ່ມີທີ່ທ່າຈະຫລຸດໜ້ອຍຖອຍລົງ, ພົນລະເມືອງລາວຈຳນວນຫລາຍກຳລັງດຳລົງຊີວິດຢູ່ທ່າມກາງຄວາມບໍ່ປອດໄພຂອງເສັ້ນທາງ ແລ້ວຈະແກ້ໄຂແນວໃດ?
ຖ້າພວກເຮົາສົມມຸດວ່າ ພາຍໃນໜຶ່ງເດືອນມີຄົນຕາຍຍ້ອນການລະບາດຂອງໄຂ້ຍຸງລາຍ ຫລື ຖືກເສືອກັດຈຳນວນ 100 ກວ່າຄົນ ອາດຈະເປັນຂ່າວຄາວທີ່ແຕກຕື່ນ ແລະປະກາດເຫດສຸກເສີນຂຶ້ນມາທັນທີ ແຕ່ກົງກັນຂ້າມ ກັບອຸບັດເຫດ ມີຄົນຕາຍຫລາຍແຕ່ບໍ່ເຫັນເຫດສຸກເສີນ.
ກົມຕໍາຫຼວດຈາລະຈອນ ລາຍງານໃຫ້ຮູ້ວ່າ ສະເພາະໃນເດືອນກຸມພາ 2023, ເດືອນທີ່ມີພຽງແຕ່ 28 ວັນ, ແຕ່ທົ່ວປະເທດມີອຸບັດເຫດທາງລົດເກີດຂຶ້ນທັງໝົດ 624 ກໍລະນີ ເສຍຊີວິດລວມ 85 ຄົນ ຫລຸດລົງ 29 ຄົນ ແລະ ບາດເຈັບ 997 ຄົນ ຫລຸດລົງ 363 ຄົນ. ໂດຍສະເລ່ຍແລ້ວມີຜູ້ເສຍຊີວິດມື້ລະ 3-4 ຄົນ ເຊິ່ງສະຖິຕິນີ້ ແມ່ນເປັນຕາຢ້ານຫລາຍທີ່ສຸດ ຈາກຕົວເລກນີ້ ອຸບັດເຫດ ໄດ້ກາຍເປັນສາເຫດຂອງການເສຍຊີວິດຂອງຄົນລາວຫລາຍທີ່ສຸດ.
ເປັນສິ່ງຈະແຈ້ງວ່າ ສາເຫດຂອງການເກີດອຸບັດເຫດຢູ່ລາວສ່ວນໃຫຍ່ ແມ່ນເກີດຈາກຄວາມປະໝາດ ແລະຂາດສະຕິ ຂາດຄວາມຮັບຜິດຊອບ ໂດຍສະເພາະການດື່ມສິ່ງມຶນເມົາແລວຂັບຂີ່, ການລະເມີດກົດຈາລະຈອນ ກໍແມ່ນເປັນສາເຫດໜຶ່ງທີ່ເຈົ້າໜ້າທີ່ ມີຄວາມເປັນຫ່ວງ ເພາະຄົນສ່ວນຫລາຍ ຍັງບໍ່ໃຫ້ຄວາມເຄົາລົບ, ພວກເຮົາຈະເຫັນຜູ້ຄົນລ່ວງໄຟແດງເລື້ອຍໆ, ຂັບຂີ່ລົດໄວ, ສະພາບຮ່າງກາຍບໍ່ພ້ອມຂອງນັກຂັບຂີ່ (ເຊັ່ນ ຫລັບໃນ), ສະພາບເສັ້ນທາງ (ການກໍ່ສ້າງ ທີ່ບໍ່ເປັນລະບຽບ, ທາງມືດ…), ຫລື ຮ້າຍແຮງໄປກວ່ານັ້ນກໍແມ່ນມາດຕະຖານຂອງນັກຂັບຂີ່ຢູ່ປະເທດເຮົາຍັງຕ່ຳ ເພາະໃບຂັບຂີ່ທີ່ໄດ້ມາແບບປອມໆຍັງມີຫລາຍ.
ແຕ່ສາເຫດຕົ້ນຕໍກໍຍັງແມ່ນການ ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະການລະເມີດຈາລະຈອນ, ການຂັບຂີ່ທີ່ເຮັດຕາມໃຈ ເທິງທ້ອງຖະໜົນ.
ການເກີດອຸບັດເຫດໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍແກ່ ສປປລາວ, ການເສຍຊີວິດ ຂອງຜູ້ຄົນ ກໍຖືວ່າ ເປັນການສູນເສຍທີ່ປະເມີນຄ່າບໍ່ໄດ້ແລ້ວ, ຍິ່ງເຮັດໃຫ້ຄົນເສຍອົງຄະເພີ່ມຂຶ້ນເປັນຈຳນວນຫຼວງຫລາຍ, ພາຫະນະເປ່ເພກໍເປັນການສູນເສຍຊັບສິນ. ຈາກສາເຫດ ການເກີດອຸບັດເຫດຂ້າງເທິງ, ຜູ້ທີ່ບໍ່ເມົາແລ້ວຂັບຂີ່, ຜູ້ທີ່ມີສະຕິດີໃນການຂັບຂີ່ກໍອາດມີຄວາມສ່ຽງຈາກກຸ່ມຄົນຂັບຂີ່ໃນຂະນະມຶນເມົາ, ບໍ່ເກງກົວຕໍ່ລະບຽບຈາລະຈອນເຊັ່ນກັນ ແລະ ທີ່ສຳຄັນຄືປາກົດມີເຫດການຕຳແລ້ວໜີລະບາດໜັກຂຶ້ນ.
ໃນປັດຈຸບັນ ປະຊາຊົນເຮົາຈຳນວນຫຼວງຫລາຍມີຄວາມຢ້ານກົວໃນການນຳໃຊ້ລົດນຳໃຊ້ຖະໜົນ ເນື່ອງຈາກວ່າຄວາມເປັນລະບຽບຮຽບຮ້ອຍເທິງທ້ອງຖະໜົນພວກເຮົາຍັງເຮັດບໍ່ໄດ້ດີຢ່າງເຕັມສ່ວນ ເຖິງວ່າການໂຄສະນາ, ການເຜີຍແຜ່ຂໍ້ມູນຂ່າວສານຢ່າງຕໍ່ເນື່ອງຂອງເຈົ້າໜ້າທີ່ກໍຕາມ.
ສິ່ງທີ່ເໜືອການຄວບຄຸມຂອງເຈົ້າໜ້າທີ ກໍຄືການຂາດສະຕິຄວາມຮັບຜິດຊອບຕໍ່ສັງຄົມຂອງຜູ້ຄົນໃນສັງຄົມເຮົາທີ່ເຮັດໄດ້ຕາມໃຈໃນການຂັບຂີ່ ເຊິ່ງຕ້ອງຊອກຫາວິທີທາງ ໃນການປູກຈິດສຳນຶກໃຫ້ເລິກເຊິ່ງເຖິງຖອງແທ້ໆ. ສິ່ງສຳຄັນ ໄປກວ່ານັ້ນ ແມ່ນມັນເຖິງເວລາແລ້ວ ຂັ້ນວາງນະໂຍບາຍ ຕະຫຼອດຮອດຂອດການຈັດຕັ້ງປະຕິບັດກ່ຽວກັບການເຄັ່ງຄັດເລື່ອງການຂັບຂີ່ ເພື່ອຫລຸດຜ່ອນອຸບັດເຫດຕ້ອງເຮັດຢ່າງຮີບຮ້ອນ ແລະ ຈິງຈັງ, ເວົ້າແທ້ເຮັດໃຫ້ໄດ້, ຄວນຖືເອົາການຕາຍຂອງຄົນລາວຈາກອຸບັດເຫດ ເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ບໍ່ດັ່ງນັ້ນ ພວກເຮົາຈະສູນເສຍຊັບພະຍາກອນມະນຸດຂອງຊາດ ດ້ວຍສາເຫດທີ່ປ້ອງກັນໄດ້ນີ້ ຫລາຍຕື່ມອີກຊັກໄຊ້.