ລາວສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 7 ຂອງລັດພາຄີ ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ

- kitchen vibe - ລາວສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 7 ຂອງລັດພາຄີ ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ

ກອງປະຊຸມຄັ້ງທີ 7 ຂອງລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ, ​ໄດ້​ໄຂ​ຂຶ້ນທີ່ຫ້ອງການອົງການສະຫະປະຊາຊາດ, ປະເທດ ສະວີສເຊີແລນ, ​ໂດຍການເປັນປະທານຂອງປະເທດເຢຍລະມັນ, ມີຜູ້ຕາງໜ້າ ຈາກບັນດາປະເທດລັດພາຄີ, ປະເທດທີ່ໄດ້ລົງນາມໃນສົນທິສັນຍາ, ປະເທດສັງ ເກດການ, ບັນດາອົງການເຄື່ອຄ່າຍ ສປຊ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດ ຖະບານເຂົ້າຮ່ວມ.

​ໃນ​ກອງ​ປະຊຸມ​ຜູ້ຕາງໜ້າ​ລັດ​ຖະບານ​ລາວ ກໍ​ໄດ້ຜັດປ່ຽນກັນ, ປະກອບຄຳ​ຄິດຄຳເຫັນໃນຫົວຂໍ້ຕ່າງໆທີ່ລາວຖືເປັນບູລິມະສິດ ເປັນຕົ້ນແມ່ນ ການເຮັດໃຫ້ສົນທິສັນຍາດັ່ງກ່າວ, ຖືກບັງຄັບໃຊ້ໃນລະດັບສາກົນ, ການກວດກູ້-ທຳລາຍລະເບີດລູກຫວ່ານ, ສຶກສາການຫລຸດຜ່ອນຄວາມສ່ຽງ, ການຊ່ວຍ ເຫລືອຜູ້ເຄາະຮ້າຍ, ການຮ່ວມມືຊ່ວຍເຫລືອ ແລະ ການຈັດຕັ້ງປະຕິບັດສົນທິສັນຍາໃນລະດັບປະເທດ. ຂະນະ​ດຽວ​ກັນ, ຄະນະຜູ້ແທນລາວຮ່ວມກັບອົງການ ສປຊ ເພື່ອການພັດທະນາ ແລະ ສະຫະພາບເອີຣົບ ຍັງໄດ້ ຮ່ວມຈັດກອງປະຊຸມສະເພາະແບບບໍ່ເປັນທາງການ (side event) ໃນຫົວຂໍ້ “ບັນຫາລະເບີດບໍ່ທັນແຕກໃນ ສປປ ລາວ” (The Story of Unexploded Ordnance in the Lao PDR) ເພື່ອແຈ້ງຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດພັນທະຂອງຕົນ, ພາຍໃຕ້ສົນທິສັນຍາດັ່ງກ່າວໃນຖານະເປັນປະເທດພາຄີ ແລະ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຈາກລະເບີດລູກຫວ່ານ, ໂດຍສະເພາະບັນຫາລະເບີດຍັງບໍ່ທັນແຕກຕົກຄ້າງ ທີ່ຍັງສືບຕໍ່ສ້າງຜົນກະທົບຮ້າຍແຮງ ແລະ ເປັນອຸປະສັກກີດຂວາງການພັດທະນາຢູ່ລາວ. ​ໃນ​ນັ້ນ ສປປ ລາວ ​ໄດ້ຮ​ຽກຮ້ອງໃຫ້ສາກົນເພີ່ມທະວີການຮ່ວມມື ແລະ ຊ່ວຍເຫລືອແກ່ບັນດາປະເທດທີ່ໄດ້ຮັບຜົນກະທົບ ​ແລະ ໄດ້ຮັບຄວາມສົນໃຈຈາກບັນດາປະເທດລັດພາຄີ, ປະເທດຜູ້ໃຫ້ ທຶນ, ປະເທດທີ່ໄດ້ຮັບຜົນກະທົບ ແລະ ອົງການຈັດຕັ້ງສາກົນຕ່າງໆເປັນຈໍາ ນວນຫລາຍ. ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂຜົນກະທົບ ຂອງລະເບີດບໍ່ທັນແຕກເປັນບູລິມະສິດແຫ່ງຊາດ, ໂດຍໄດ້ກໍານົດໃຫ້ວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງເປັນເປົ້າໝາຍເພື່ອການພັດທະນາ ແບບຍືນຍົງ (SDG18), ພາຍໃຕ້ຫົວຂໍ້ “ຊີວິດທີ່ປາສະຈາກລະເບີດບໍ່ທັນແຕກ”.

ໃນໂອກາດນີ້, ສປປ ລາວ ໄດ້ຮັບເລືອກໃຫ້ເປັນປະເທດຜູ້ປະສານງານ ໃນວຽກງານກວດກູ້ພາຍໃຕ້ຂອບການປະຕິບັດສົນທິສັນຍາດັ່ງກ່າວໃນສົກປີ 2017-2019 ຮ່ວມກັບປະເທດເນເທີແລນ ​ແລະ ກອງປະຊຸມຄັ້ງທີ 8 ຂອງລັດ ພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານແມ່ນປະເທດນີກາລາກົວຈະເປັນປະທານໃນຄັ້ງຕໍ່ໄປ.

- 5 - ລາວສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 7 ຂອງລັດພາຄີ ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!