ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ

- hyujjj - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ
- kitchen vibe - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ

ໃນວັນທີ 8 ກັນຍາ ຜ່ານມາ ນີ້, ສະຖານທູດມາເລເຊຍ ປະຈໍາ ລາວ ໄດ້ຈັດງານສະເຫລີມສະ ຫລອງວັນຊາດຂອງຕົນ ຄົບ ຮອບ 60 ປີ. ຂຶ້ນທີ່ນະຄອນຫຼວງ ວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານ ສະເຫລີມໄຊ ກົມມະ ສິດ ລັດຖະມົນຕີກະຊວງການ ຕ່າງປະເທດ ສປປ ລາວ, ມີທູດ ຕານຸທູດ ແລະ ອົງການຈັດຕັ້ງ ສາກົນພ້ອມຊາວມາເລເຊຍທີ່ ອາໄສຢູ່ລາວ ເຂົ້າຮ່ວມຫຼາຍກວ່າ 300 ຄົນ.

 

- Visit Laos Visit SALANA BOUTIQUE HOTEL - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ

 

- 4125fggg 300x201 - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ

 

 

+ ອິນໂດເນເຊຍ-ສິງກະໂປ ສະຫລອງ ການພົວພັນການທູດຄົບຮອບ 50 ປີ

+ ປະທານາທິບໍດີຣັດເຊຍຂູ່ເນລະເທດ ນັກການທູດອາເມລິກາເພີ່ມອີກ

 

ທ່ານ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາລາວ ກ່າວ ໃນ ພິທີວ່າ: ໃນໄລຍະ 51 ປີຜ່ານ ມາ, ມາເລເຊຍຖືຄວາມສໍາຄັນ ຕໍ່ຄວາມສໍາພັນໃກ້ຊິດ ແລະ ເປັນ ມິດກັບ ສປປລາວ ແລະ ໄດ້ ສ້າງ ຕັ້ງການພົວພັນທາງການທູດ ລະຫວ່າງ ມາເລເຊຍກັບລາວ ແລະ ການພົວພັນຮ່ວມມືດັ່ງກ່າວ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ຊຶ່ງສະແດງ ອອກ ໃຫ້ເຫັນມາຮອດປັນຈຸບັນມາ ເລເຊຍໄດ້ຈັດຢູ່ໃນອັນດັບທີ 4 ຂອງຜູ້ເຂົ້າມາລົງທຶນໃຫຍ່ທີ່ ສຸດໃນປະເທດລາວ, ຊຶ່ງມີມູນ ຄ່າຫຼາຍກວ່າ 1 ຕື້ໂດລາ ສະຫະ ລັດ, ມີໂຄງການລົງທຶນ 100 ກວ່າໂຄງການດ້ວຍກັນ ແລະ ໜຶ່ງໃນນັ້ນກໍແມ່ນບໍລິສັດ Savan Pacifica Development Co. Ltd. , ຜູ້ຖືຫຸ້ນສໍາລັບ ເຂດ ເສດຖະກິດພິເສດ Savan- Seno, Savan Park (Zone C) ມີມູນຄ່າລົງທຶນປະມານ 132 ລ້ານໂດລາສະຫະລັດ.

 

 

- DSC 0626 1024x683 - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ

ທ່ານທູດຍັງຊີ້ໃຫ້ເຫັນ ວ່າໃນລະຫວ່າງປີ 2013 ແລະ 2016, ປະເທດມາເລເຊຍ ໄດ້ ຖືກລະບຸວ່າເປັນປະເທດທີ່ດີທີ່ ສຸດໃນດັດສະນີນິເວດໂລກ.

 

- 3 - ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!