ການຂ້າຕົວຕາຍບໍ່ແມ່ນວິທີທາງການແກ້ບັນຫາທີ່ຖືກຕ້ອງ ແຕ່ມັນຄືການສ້າງບັນຫາໃຫ້ກັບສັງຄົມຫລາຍຂຶ້ນ
ໂດຍ : ມຶກບໍ່ແຫ້ງ
ການຂ້າຕົວຕາຍຂອງຄົນ ຖືວ່າເປັນການບໍ່ເຄົາລົບແມ່ນແຕ່ຕົນເອງ, ເປັນການສູນເສຍຄຸນຄ່າຂອງຄວາມເປັນຄົນຢ່າງໜ້າເວດທະນາທີ່ສຸດ.
ຕາມການລາຍງານຂອງອົງການ ອະນາໄມໂລກ (WHO) ວ່າ ໃນທຸກໆປີ ມີປະຊາກອນທົ່ວໂລກຫລາຍກວ່າ 700.000 ຄົນຂ້າຕົວເອງຕາຍ ເມື່ອຄິດໄລ່ແລ້ວປະມານ ໃນທຸກໆ 40 ວິນາທີ ມີຄົນຂ້າຕົວຕາຍ1 ຄົນ ເຊິ່ງເປັນເທື່ອທໍາອິດໃນປະຫວັດສາດ ທີ່ໃຊ້ເວລາໃນການຄົ້ນຄວ້າເປັນ 10 ປີ ໃນຂອບເຂດທົ່ວໂລກ ແລະໄດ້ພົບວ່າການຂ້າຕົວຕາຍນີ້ ແມ່ນເກີດຂຶ້ນເກືອບທຸກໄວອາຍຸ ແຕ່ໂດຍລວມແລ້ວ ການຂ້າຕົວຕາຍຫລາຍທີ່ສຸດແມ່ນຜູ້ທີ່ອາຍຸລະຫວ່າງ 70 ປີ ຫລືຫລາຍກວ່ານັ້ນ. ແນວໃດກໍຕາມ, ມີຫລາຍປະເທດທີ່ພົບວ່າອັດຕາການຂ້າຕົວຕາຍທີ່ສູງສຸດ ແມ່ນກຸ່ມໄວໜຸ່ມ ແລະທີ່ໜ້າຕົກໃຈຫລາຍກໍແມ່ນ ການຂ້າຕົວຕາຍເປັນສາເຫດອັນດັບທີ 2 ແມ່ນໄວໜຸ່ມອາຍຸລະຫວ່າງ 15-19 ປີ ເສຍຊີວິດ, ໃນນັ້ນຜູ້ຊາຍມີອັດຕາການຂ້າຕົວຕາຍຫລາຍກວ່າແມ່ຍິງ (3 ເທົ່າໃນບັນດາປະເທດທີ່ພັດທະນາແລ້ວ).
ວິທີການສ່ວນໃຫຍ່ຂອງການຂ້າຕົວຕາຍຫລາຍທີ່ສຸດແມ່ນການຮັບປະທານຢາເບື່ອ, ແຂວນຄໍ ແລະຂ້າຕົວເອງດ້ວຍປືນ. ຫຼັກຖານທີ່ມາຈາກປະເທດອົດສຕຣາລີ, ການາດາ, ຍີ່ປຸ່ນ, ນິວຊີແລນ, ອາເມລິກາ ແລະບັນດາປະເທດເອີຣົບ ພົບວ່າ ການຈຳກັດການເຂົ້າເຖິງວິທີການຂ້າຕົວຕາຍຂ້າງເທິງນັ້ນ ແມ່ນເປັນການປ້ອງກັນການຂ້າຕົວຕາຍຂອງຄົນໄດ້ດີທີ່ສຸດ.
ໃນປັດຈຸບັນທົ່ວໂລກມີ 28 ປະເທດທີ່ມີ “ຍຸດທະສາດການປ້ອງກັນ ການຂ້າຕົວຕາຍແຫ່ງຊາດ”. ພ້ອມດຽວກັນນັ້ນ, ເມື່ອພົບຜູ້ຄົນທີ່ສ່ຽງໃນການຂ້າຕົວຕາຍແລ້ວ ບຸກຄົນນັ້ນກໍຄວນໄດ້ຮັບການຮັກສາສຸຂະພາບທາງຈິດ, ໄດ້ຮັບການສື່ສານ ພົວພັນກັບຄົນໃກ້ຊິດເປັນປົກກະຕິ ບໍ່ວ່າຈະເປັນການລົມທາງໂທລະສັບ ຫລືການໄປຢ້ຽມຢາມໂອ້ລົມ ເພື່ອເຮັດໃຫ້ຈິດໃຈສະຫງົບ ຄຽງຄູ່ກັນນັ້ນ, ກຸ່ມຄົນເຫຼົ່ານີ້ກໍຄວນໄດ້ຮັບການຊ່ວຍເຫລືອຈາກສັງຄົມເປັນພິເສດ ເພາະເຂົາເຈົ້າມີຄວາມສ່ຽງສູງທີ່ສຸດທີ່ຈະພະຍາຍາມຂ້າຕົວເອງໃນຄັ້ງຕໍ່ໄປ.
ພວກເຮົາກໍຄົງຮັບຮູ້ຂ່າວການຂ້າຕົວຕາຍຂອງຄົນລາວຜ່ານທາງສື່ສັງຄົມຂ້ອນຂ້າງຖີ່ສົມຄວນ, ເຖິງແມ່ນວ່າບໍ່ມີສະຖິຕິທີ່ແນ່ນອນເທື່ອກໍຕາມ ແຕ່ເຊື່ອວ່າອັດຕາການຂ້າຕົວຕາຍຂອງຄົນລາວກໍມີອັດຕາສູງເມື່ອສົມທຽບກັບຈຳນວນປະຊາກອນ ແລະກໍມີທ່າອ່ຽງ ເພີ່ມຂຶ້ນ ເຊິ່ງອັນນີ້ມັນໄດ້ກາຍເປັນປາກົດການທີ່ຍໍ້ທໍ້ ແລະຕ້ອງການຄວາມເອົາໃຈໃສ່ໃນການປ້ອງກັນຢ່າງຈິງຈັງ.
ໃນຊີວິດຂອງຄົນໆໜຶ່ງມີຄຸນຄ່າ ເກີນກວ່າຈະປະເມີນໄດ້, ການແກ້ໄຂບັນຫາຊີວິດດ້ວຍການຂ້າຕົວເອງຕາຍເປັນຫົນທາງທີ່ຄວນຫຼີກລ່ຽງຢ່າງເດັດຂາດ ເພາະເປັນວິທີທີ່ບໍ່ຖືກກັບຈຸດທີ່ຈະຕ້ອງແກ້ໄຂ ເນື່ອງຈາກຮ່າງກາຍຂອງຄົນເປັນສິ່ງທີ່ບໍລິສຸດແລ້ວ ແຕ່ການສ້າງໃຫ້ຈິດໃຈເຂັ້ມແຂງ, ບໍ່ທໍ້ຖອຍກັບບັນຫາຕ່າງໆທີ່ຜ່ານເຂົ້າມາໃນຊີວິດ ແລະມີຄວາມຫວັງ ເປັນສິ່ງທີ່ອາດເອົາຊະນະກັບ ການຄິດສັ້ນໆນີ້ໄດ້.
ບໍ່ວ່າໃນທາງໂລກ ແລະ ທາງທຳ ການຂ້າໂຕຕາຍ ເປັນການກະທຳທີ່ໄຮ້ມະນຸດສະທຳກັບຕົນເອງ, ເປັນບາບໜາ ຕິດຕົວໄປບໍ່ຮູ້ຈົບສິ້ນ ເພາະບັນຫາທີ່ຕາມມາອີກຢ່າງຫລວງຫລາຍ ເປັນຜົນກະທົບຕໍ່ຄອບຄົວ, ຕໍ່ສັງຄົມ ແລະ ເປັນປາກົດການຫຍໍ້ທໍ້ຕໍ່ຈິດໃຈ.
ບັນຫາຊີວິດຂອງແຕ່ລະຄົນອາດຍິ່ງໃຫຍ່ ຫລື ເລັກນ້ອຍຕ່າງກັນ ແຕ່ພວກເຮົາຄວນມີຊີວິດຢູ່ໃນໂລກໜ່ວຍນີ້ ດ້ວຍວິທີການຕໍ່ສູ້, ອົດທົນ, ທຳຄວາມເຂົ້າໃຈ ແລະ ປ່ອຍວາງ ໃຫ້ຄິດວ່າບັນຫາມັນເກີດຂຶ້ນມາກໍເໝືອນກັບຄື້ນທະເລ, ຄືກັບກະແສລົມ ມີບາດຄ່ອຍບາດແຮງ ແຕ່ມັນກໍມີຍາມສະຫງົບນິ້ງ ໄດ້ເຊັ່ນກັນ.
ພວກເຮົາທຸກຄົນ ຈົ່ງພ້ອມພຽງກັນແກ້ໄຂບັນຫາ, ເຂົ້າໃຈບັນຫາ ເພື່ອຊ່ວຍເຫລືອຜູ້ທີ່ຕົກສູ່ພະວັງຈິດໃຈ ຫລື ພະຍາດຊຶມເສົ້າ ທີ່ສົ່ງຜົນຕໍ່ການຂ້າຕົວຕາຍ ໃຫ້ລອດພົ້ນກັບມາແກ້ໄຂບັນຫາດ້ວຍປັນຍາ.