ການແກ້ໄຂບັນຫາ ຝຸ່ນລະອອງໄລຍະຍາວ ພວກເຮົາຕ້ອງຮ່ວມໃຈກັນຢ່າງຈິງຈັງ ແລະ ເຂັ້ມງວດ
ໂດຍ: ມຶກບໍ່ແຫ້ງ
ຟ້າມືດຄື້ມ ຜູ້ຄົນຫາຍໃຈຍາກ ຍ້ອນຝຸ່ນລະອອງຈາກໄຟໄໝ້ປ່າບວກກັບໝອກຄວັນຈາກການເຜົາໄໝ້ອື່ນໆ ກາຍເປັນບັນຫາມົນລະພິດທາງອາກາດທີ່ຮ້າຍແຮງກວ່າໝາຍປີຜ່ານມາ ເຊິ່ງເຮັດໃຫ້ພວກເຮົາບໍ່ສາມາດນີ້ງນອນເສີຍໄດ້ ເພື່ອແກ້ໄຂບັນຫາດັ່ງກ່າວໄລຍະຍາວ.
ການວັດແທກ ດັດຊະນີຄຸນນະພາບອາກາດ (Air Quality Index) ໃນອາທິດທີ່ຜ່ານມາເຫັນວ່າ ລະດັບ ມົນລະພິດໝອກຄວັນ ຫຼື ຝຸ່ນລະອອງນັ້ນຢູ່ໃນລະດັບທີ່ມີຜົນກະທົບປານກາງ ຫາສູງຕໍ່ສຸຂະພາບ ໂດຍສັງເກດເຫັນວ່າທ້ອງຟ້າຫຼາຍພື້ນທີ່ມືດມົວລວມທັງນະຄອນຫຼວງວຽງຈັນ.
ສາເຫດສຳຄັນນັ້ນ ແມ່ນເກີດຈາກການເກີດໄຟໄໝ້ປ່າ, ການຈູດໄຮ່-ສວນ, ຂີ້ເຫຍື້ອ ແລະອື່ນໆ ໃນຂອບເຂດທົ່ວປະເທດເຮັດໃຫ້ ເກີດຝຸ່ນລະອອງປົກຄຸມຫຼາຍພື້ນທີ່. ບັນຫາດັ່ງກ່າວແມ່ນ ເກີດເກືອບທຸກປີ ໂດຍສະເພາະ ໃນໄລຍະ ເດືອນ ກຸມພາ ຫາ ເມສາ ຂອງທຸກໆປີ ເຊິ່ງຕົກໃນຊ່ວງລະດູແລ້ງ ທີ່ມີອາກາດຮ້ອນເອົ້າ ແລະ ເປັນຊ່ວງໄລຍະ ການກະກຽມການ ຜະລິດກະສິກຳ ໂດຍສະເພາະ ຜະລິດເຂດເນີນສູງ ບວກໃສ່ໃນໄລຍະປັດຈຸບັນການເຮັດສວນມັນຕົ້ນໄດ້ແຜ່ຂະຫຍາຍເປັນວົງກວ້າງ ເຊິ່ງອາດເຮັດໃຫ້ເພີ່ມຂື້ນຂອງການຈູດເພື່ອເປີດແປນເຂດທຳການຜະລິດຫຼາຍຂື້ນ.
ການເກີດມົນລະພິດທາງອາກາດຄືແນວນນີ້ ແມ່ນສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບໂດຍສະເພາະ ກຸ່ມສ່ຽງເຊັ່ນ ເດັກນ້ອຍ, ແມ່ຍິງຖືພາ ແລະ ຜູ້ສູງອາຍຸ. ນອກນັ້ນ, ການເກີດມົນລະພິດດັ່ງກ່າວຍັງສົ່ງ ຜົນກະທົບຕໍ່ການທ່ອງທ່ຽວບໍ່ໜ້ອຍ ໂດຍມີການລາຍງານວ່າ ມີຫຼາຍກຸ່ມນັກທ່ອງທ່ຽວຍົກເລີກການຈອງໂຮງແຮມ ຢູ່ຫຼວງພະບາງ ຍ້ອນມີຄວາມເປັນຫ່ວງເລື່ອງສຸຂະພາບ ເພາະດັດສະນີໝາຍ ຄຸນນະພາບອາກາດນັ້ນສູງກວ່າ 400 ເຊິ່ງມີຜົນກະທົບສູງ ຕໍ່ສຸຂະພາບ.
ນະຄອນຫຼວງພະບາງ ແມ່ນຈຸດໝາຍປາຍທາງຂອງການທ່້ອງທ່ຽວອັນດັບນຶ່ງຂອງປະເຮົາແຕ່ເມືອງດັ່ງກ່າວພັດມີຜົນກະທົບຕໍ່ມົນລະພິດໝອກຄວັນຫຼາຍກວ່າໝູ່ ເຊິ່ງອາດນຳໄປສູ່ຊື່ສຽງໃນທາງລົບ ໃນອະນາຄົດ ຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ.
ເພາະສະນັ້ນ, ການປ້ອງກັນການເກີດມົນລະພິດໝອກຄວັນ ຫຼື ຝຸ່ລະອອງ (PM 2.5) ຄວນກາຍເປັນບູລິມະສິດທີ່ສຳຄັນ ເພື່ອຫຼີກລ່ຽງຜົນເສຍຫາຍຕໍ່ສັງຄົມ-ເສດຖະກິດຂອງປະເທດ.
ລັດຖະບານເຮົາໄດ້ມີເປົ້າໝາຍການຍຸດຕິການຖາງປ່າເຮັດໄຮ່ແຕ່ປີ 2010 ຫຼື 13 ປີກ່ອນໜ້ານີ້ ແລະບັນຫາ ການຫຼຸດຜ່ອນການຖາງປ່າເຮັດໄຮ່ ໄດ້ມີຄວາມພະຍາຍາມແກ້ໄຂ ມາກວ່າ 3 ທົດສະຫວັດ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ເນື່ອງຈາກຫຼາຍສາເຫດ ແຕ່ເມື່ອເກີດບັນຫາຄືແນວນີ້ ພວກເຮົາກໍຕ້ອງລຸກຂື້ນມາ ຊອກຫາວິທີແກ້ໄຂໃໝ່ ເຊັ່ນ ການສະໜັບສະໜູນທາງເລືອກ ທີ່ເໝາະສົມ, ຍືນຍົງ ໃນການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ໃນເຂດພູດອຍ ທີ່ພວກເຮົາມີ ບົດຮຽນຢ່າງອຸດົມສົມບູນຢູ່ແລ້ວ, ຫຼາຍພື້ນທີ່ກໍປະສົບຜົນສຳເລັດເຊັ່ນ ການປູກໝາກໄມ້ ແລະກາເຟ ຢູ່ແຂວງຊຽງຂວາງ, ຫົວພັນ ແລະ ເຂດອື່ນໆ ເພື່ອທົດແທນການການເຮັດໄຮ່.
ແນ່ນອນ ການເຮັດໄຮ່ທີ່ສືບທອດກັນມາແຕ່ດຶກດຳບັນນັ້ນ ບາງນັກຄົ້ນຄວ້າກໍເຫັນວ່າຍັງມີຄວາມສຳຄັນ ຕໍ່ການຄໍ້າປະກັນສະບຽງອາຫານຂອງປະຊາຊົນ ໂດຍສະເພາະການເກັບເຄື່ອງປູກຂອງຝັງ ທີ່ມີສະເພາະຖິ່ນ ແຕ່ກໍຄວນຈຳກັດ ແລະຈັດສັນໃຫ້ແທດເໝາະກວ່າເກົ່າ.
ນອກນັັ້ນ, ການປ້ອງກັນໄຟໄໝ້ລາມປ່າ ແມ່ນເປັນບັນຫາມາຍາວນານເຊັ່ນກັນ ແຕ່ລະປີ ກ່ອນຮອດລະດູແລ້ງກະຊວງກະສິກຳ ແລະປ່າໄມ້ ໄດ້ອອກແຈ້ງການ ເຖິງພາກສ່ວນທີ່ກ່ຽວຂ້ອງ ເພື່ອປ້ອງກັນ ໄຟໄໝ້ລາມປ່າ ແຕ່ການຈັດຕັ້ງປະຕິບັດຕົວຈິງ ໃນຂັ້ນພື້ນຖານຍັງເຮັດບໍ່ໄດ້ດີ ເນື່ອງຈາກ ຄວາມອາດສາມາດ, ກົນໄກການປະສານງານກັບພາກສ່ວນຕ່າງໆ, ງົບປະມານ ແລະປັດໄຈ ອື່ນໆ ທີ່ພວກເຮົາຄວນເຮັດເປັນລະບົບ ແລະ ແທດເຖິງກວ່າເກົ່າ ເພາະ ໄຟໄໝ້ລາມປ່າ ໂດຍສະເພາະ ເຂົ້າເຂດປ່າສະຫງວນ ນັ້ນບໍ່ສະເພາະ ແຕ່ ສ້າງມົນລະພິດທາງອາກາດ ແຕ່ຍັງສ້າງຜົນເສຍຫາຍຕໍ່ລະບົບນິເວດ, ສູນເສຍຊີວະນາໆພັນ ແລະທ້າທາຍຕໍ່ເປົ້າໝາຍການປົກຫຸ້ມປ່າໄມ້ຂອງລາວ 70% ໃນປີ 2035 ນັ້ນຕື່ມອີກ.
ພ້ອມນັ້ນ, ການຂາດຄວາມຮັບຜິດຊອບຂອງສ່ວນບຸກຄົນ ທີ່ເຂົ້າໄປທຳມາຫາກິນຢູ່ໃນປ່າ ຫຼື ການຈູດ ເພື່ອທຳການຜະລິດຕ່າງໆນັ້ນຄວນໄດ້ຮັບການສຶກສາອົບຮົມ ແລະ ໃສ່ລະບຽບຕາມຄວາມເໝາະສົມ.
ບັນຫາດັ່ງກ່າວ ອາດບໍ່ສາມາດແກ້ໄຂໄດ້ມື້ນຶ່ງຍາມດຽວ ແຕ່ເຊື່ີອວ່າຖ້າຫາກມີຄວາມຕັ້ງໃຈທີ່ຈະແກ້ໄຂ ຂອງພາກສ່ວນທີ່ກ່ຽວຂ້ອງ ອາດບໍ່ຍາກເກີນຄວາມພະຍາຍາມ.