Google  ປະກາດຢຸດຕິການສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac

-                    - Google  ປະກາດຢຸດຕິການສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac
- kitchen vibe - Google  ປະກາດຢຸດຕິການສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac

 

​ໄລຍະເດືອນກໍລະກົດຜ່ານມາ Google ໄດ້ເປີດຕົວແອັບໃຫມ່ທີ່ມີຊື່ວ່າ Backup and Sync  ສໍາລັບໃຊ້ແທນແອັບ Google Drive ແລະ Google Photos ແລະ ໃນທີ່ສຸດ Google ກໍໄດ້ປະກາດຢຸດຕິການສະໜັບສະໜູນແອັບ Google Drive ຢ່າງເປັນທາງການແລ້ວ.

- Visit Laos Visit SALANA BOUTIQUE HOTEL - Google  ປະກາດຢຸດຕິການສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac

ໂດຍ Google ຈະສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac ໄປຈົນເຖິງວັນທີ 11 ທັນວາ 2017 ແລະ ຈະປິດຢ່າງຖາວອນໃນວັນທີ 12 ມີນາ 2018. ທັງນີ້ຈະມີແຈ້ງເຕື່ອນໄປຫາຜູ້ທີ່ໃຊ້ແອັບ Google Drive ວ່າບໍລິການກໍາລັງຈະສິ້ນສຸດນຳອີກ ເພື່ອໃຫ້ຜູ້ໃຊ້ກຽມຕົວປ່ຽນບໍລິການ​ໃຊ້ແອັບອື່ນໆແທນ ​ເຊິ່ງແນ່ນອນວ່າ Google ຈະແນະນໍາໃຫ້ຜູ້ໃຊ້ປ່ຽນໄປໃຊ້ແອັບ Backup and Sync ແທນ.

ຈາກການທົດລອງແອັບ Backup and Sync ໃຊ້ໄດ້ດີ ແລະ ມີລູກຫຼິ້ນທີ່ຫຼາຍກວ່າແອັບ Google Drive, ໃຜຍັງບໍ່ໄດ້ທົດສອບກໍລອງດາວໂຫຼດມາທົດລອງໃຊ້.

- 5 - Google  ປະກາດຢຸດຕິການສະໜັບສະໜູນແອັບ Google Drive ທັງໃນ PC ແລະ Mac
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!